ປີ 2021 ຈະປູກຕົ້ນໄມ້ 36.950 ເຮັກຕາ

    ຕາມບົດຖະແຫຼງການວັນທີ 19 ພຶດສະພາ 2021 ຂອງທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2021 ໃຫ້ຮູ້ເນື້ອໃນບາງຕອນສໍາຄັນວ່າ: ມື້ນີ້ ເປັນອີກມື້ໜຶ່ງທີ່ມີຄວາມໝາຍສໍາຄັນຂອງຊາດ ທີ່ໜູນວຽນມາອີກວາລະໜຶ່ງຄືກັບທຸກໆປີ ນັ້ນກໍຄືວັນທີ 1 ມິຖຸນາ ທີ່ພັກ ແລະ ລັດຖະບານໄດ້ກໍານົດເອົາເປັນວັນປູກຕົ້ນໄມ້ແຫ່ງຊາດ ແລະ ກົງກັບວັນເດັກນ້ອຍສາກົນ ເຊິ່ງນັບແຕ່ວັນທີ 1 ມິຖຸນາ ປີ 1980 ມາຮອດປີນີ້ ແມ່ນຄົບຮອບ 41 ປີ ພວກເຮົາໄດ້ຖືເອົາວັນສໍາຄັນດັ່ງກ່າວນີ້ເປັນມື້ເລີ່ມຕົ້ນສ້າງຂະບວນການຕ່າງໆກ່ຽວກັບວຽກງານປ່າໄມ້ ເພື່ອປູກຈິດສໍານຶກໃຫ້ແກ່ເຍົາວະຊົນ ແລະ ອະນຸຊົນຮຸ່ນຫຼັງ ກໍຄືທົ່ວສັງຄົມ ໃຫ້ເຫັນໄດ້ຄວາມສໍາຄັນຂອງປ່າໄມ້ ການປົກປັກຮັກສາ ພັດທະນາ ແລະ ນໍາໃຊ້ປ່າໄມ້ໃຫ້ມີຄວາມຍືນຍົງ. 

    ສະເພາະປີ 2021 ນີ້ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ອອກຄໍາສັ່ງວ່າດວ້ຍການເພີ່ມທະວີຄວາມຮັບຜິດຊອບ ສະກັດກັ້ນ ຕ້ານໄຟໄໝ້ປ່າ ກະກຽມຜະລິດເບ້ຍໄມ້ ປູກໄມ້ ແລະ ຟື້ນຟູປ່າແຕ່ຕົ້ນປີ ຈຶ່ງເຮັດໃຫ້ສະພາບໄຟໄໝ້ລາມປ່າໃນປີນີ້ຖືວ່າຫຼຸດລົງຫຼາຍ ຖ້າທຽບໃສ່ໃນປີຜ່ານມາ ພ້ອມນີ້ ກະຊວງກໍໄດ້ອອກແຈ້ງການ ສະບັບເລກທີ 0035/ກປ ລົງວັນທີ 13 ພຶດສະພາ 2021 ເພື່ອສ້າງຂະບວນການປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ພ້ອມທັງເປັນການປູກຈິດສຳນຶກໃຫ້ທົ່ວສັງຄົມ ແລະ ປວງຊົນຮັບຊາບ ເຊິ່ງໄດ້ສົມທົບກັບຄະນະພັກ ອົງການປົກຄອງທ້ອງຖິ່ນທົ່ວປະເທດ ກະກຽມແຜນການ ແລະ ຂະບວນການປູກຕົ້ນໄມ້ ໂດຍມີແຜນການຄື: ວຽກເກັບແກ່ນ 22.700 ກິໂລກຣາມ ວຽກກ້າເບ້ຍ 35 ລ້ານກວ່າເບ້ຍ ວຽກງານປູກໄມ້ 36.950 ເຮັກຕາ ໃນນີ້ ປູກໄມ້ເພື່ອປົກປັກຮັກສາສິ່ງແວດລ້ອມໃຫ້ໄດ້ 5.500 ເຮັກຕາ ປູກໄມ້ເປັນສິນຄ້າໃນຂອບເຂດປ່າຜະລິດ ໃຫ້ໄດ້ຈໍານວນ 27.500 ເຮັກຕາ ແລະ ທີ່ເປັນດິນຂອງປະຊາຊົນຈໍານວນ 3.590 ເຮັກຕາ. 

    ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມີຖຸນາ 2021 ທີ່ໝູນວຽນມາເຖິງ ຂ້າພະເຈົ້າ ໃນນາມຜູ້ຮັບຜິດຊອບຂະແໜງການ ກະສິກຳ ແລະ ປ່າໄມ້ ຕາງໜ້າໃຫ້ລັດຖະບານ ຂໍຮຽກຮ້ອງມາຍັງປວງຊົນທັງຊາດ ຈົ່ງເຊີດຊູສະຕິຮັກຊາດ ແລະ ຫວງແຫນປ່າໄມ້ ປະກອບສ່ວນຕາມເງື່ອນໄຂຄວາມສາມາດໃນການປູກໄມ້ ຟື້ນຟູປ່າ ໄປຄຽງຄູ່ກັບການຄຸ້ມຄອງ ປົກປັກຮັກສາປ່າໄມ້ ອັນເປັນມໍລະດົກຂອງຊາດໃຫ້ນັບມື້ນັບອຸດົມສົມບູນ ແລະ ສາມາດຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ວັດຖຸດິບດ້ານໄມ້ ແລະ ຜະລິດຕະຜົນປ່າໄມ້ ໄດ້ຢ່າງຍືນນານ ຄຽງຄູ່ໄປກັບການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ເປັນການປົກປັກຮັກສາສິ່ງແວດລ້ອມໃຫ້ນັບມື້ນັບຂະຫຍາຍຕົວຂຶ້ນເລື້ອຍໆ ຕາມທິດສີຂຽວ ແລະ ຍືນຍົງ ດັ່ງຄຳຂວັນທີ່ວ່າ: 

    ” ປູກຕົ້ນໄມ້ໃນວັນນີ້     ຈະມີຊີວິດທີ່ດີໃນວັນໜ້າ 

    ປູກຕົ້ນໄມ້ໃຫ້ເປັນປ່າ     ເພື່ອພັດທະນາປະເທດຊາດ ” 

    ” ຈົ່ງຊ່ວຍກັນປູກຕົ້ນໄມ້ ແລະ ຟື້ນຟູປ່າໄມ້ໃຫ້ມີຄວາມອຸດົມສົມບູນ ເພື່ອເປັນສິນຄ້າ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ ຫຼຸດຜ່ອນມົນລະພິດທາງອາກາດ ” 

# ຂ່າວ & ພາບ : ວຽງມາ

error: Content is protected !!