ວັນທີ 20 ພຶດສະພາ 2021 ທ່ານ ອານຸພາບ ຕູນາລົມ ເລຂາທິການສູນກາງພັກ ເລຂາຄະນະພັກນະຄອນຫຼວງວຽງຈັນ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ເຄື່ອນໄຫວລົງເຮັດວຽກ ແລະ ຢ້ຽມຢາມສູນປິ່ນປົວ ແລະ ເຝິກວິຊາຊີບຜູ້ຕິດຢາເສບຕິດ ຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ເຊິ່ງການເຄື່ອນໄຫວຄັ້ງນີ້ ໄດ້ຮັບຟັງການລາຍງານສະພາບລວມ ແລະ ວຽກງານປ້ອງກັນ ຄວບຄຸມການແຜ່ລະບາດເຊື້ອພະຍາດໂຄວິດ-19 ຢູ່ພາຍໃນສູນໂດຍຫຍໍ້ ຈາກທ່ານ ພັນໂທ ສີໄພ ໄຊສຸລິຍະວົງສາ ຫົວໜ້າສູນປິ່ນປົວ ແລະ ເຝິກວິຊາຊີບຜູ້ຕິດຢາເສບຕິດວ່າ: ປັດຈຸບັນ ມີຜູ້ປິ່ນປົວ-ບໍາບັດຢາເສບຕິດ ກຳລັງຮັບການປິ່ນປົວ ຟື້ນຟູສຸຂະພາບຮ່າງກາຍຢູ່ສູນທັງໝົດ 1.423 ຄົນ ຍິງ 60 ຄົນ ສູນໄດ້ມີສວນຄົວລວມ ປູກຜັກປະເພດຕ່າງໆປ້ອນເຂົ້າເຮືອນຄົວລວມຂອງສູນ ດ້ານວຽກງານວິຊາຊີບ ໄດ້ຜະລິດດິນບ໋ອກ ຜະລິດນໍ້າດື່ມ ຜະລິດເຄື່ອງຫັດຖະກຳ ຜະລິດເຄື່ອງຈັກສານປະເພດຕ່າງໆ ພ້ອມນັ້ນ ຍັງໄດ້ເຝິກວິຊາຊີບໃຫ້ຜູ້ປິ່ນປົວ-ບໍາບັດກ່ອນຈະອອກຄືນສູ່ຄອບຄົວ ເຊັ່ນ:ສ້ອມແປງໄຟຟ້າໃນຕຶກອາຄານ ສ້ອມແປງໄຟຟ້າໃນເຮືອນຄົວ ແລະ ສ້ອມແປງແອເຢັນ.


ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ສູນໄດ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໂດຍໄດ້ຢຸດຊົ່ວຄາວ ການພົວພັນຄົນພາຍນອກແບບໃກ້ຊິດຕິດແທດ ບໍ່ໃຫ້ນໍາເອົາຄົນພາຍນອກເຂົ້າມາສູນ ອັນທີ່ກໍ່ໃຫ້ເກີດມີຄວາມສ່ຽງຕໍ່ການແຜ່ເຊື້ອພະຍາດໂຄວິດ-19 ປິດຊົ່ວຄາວການຮັບຄົນເຈັບ ປິດຊົ່ວຄາວໃນການພົບຍາດຜູ້ປິ່ນປົວ-ບໍາບັດ ແຕ່ສາມາດຝາກເຄື່ອງ ອາຫານການກິນໄດ້ ແຕ່ຕ້ອງຜ່ານການກວດກາຂອງເຈົ້າໜ້າທີ່ຢ່າງລະອຽດຢູ່ທາງດ້ານໜ້າປະຕູໂຂງເຂົ້າ-ອອກສູນ ແລະ ພະນັກງານທຸກຄົນ ເຂົ້າ-ອອກສູນຕ້ອງປະຕິບັດມາດຕະການ ເປັນຕົ້ນ ວັດແທກອຸນຫະພູມ ຮັກສາໄລຍະຫ່າງທາງສັງຄົມ ໃສ່ຜ້າອັດປາກ-ອັດດັງ ລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫຼື ເຈວລ້າງມືທຸກຄັ້ງທີ່ເຂົ້າ-ອອກສູນ ນອກນີ້ ຍັງໄດ້ສະເໜີຂໍ້ຫຍຸ້ງຍາກຈໍານວນໜຶ່ງຄື: ສະເໜີປັບປຸງລະບົບນໍ້າປະປາທີ່ຜ່ານ ບໍ່ພຽງພໍກັບຄວາມຕ້ອງການ ແລະ ນໍ້າບາດານບາງບໍ່ກໍອຸດຕັນ ປັບປຸງ ໂຮງໝໍປີ່ນປົວ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດໃຫ້ໄດ້ມາດຕະຖານ ຖືກຕາມຮູບແບບຂອງລະບົບການປິ່ນປົວໃນດ້ານວິຊາການ ແລະ ສະເໜີປັບປຸງກໍ່ສ້າງສ້ອມແປງຫ້ອງນໍ້າຕິດຫ້ອງນອນຂອງຕຶກຜູ້ປິ່ນປົວ-ບໍາບັດຢາເສບຕິດໃຫ້ສະດວກໃນການນໍາໃຊ້ຫ້ອງນໍ້າໃນຍາມກາງຄືນ.
ໂອກາດນີ້ ທ່ານ ອານຸພາບ ຕຸນາລົມ ໄດ້ມີຄໍາເຫັນ ເຊິ່ງທ່ານໄດ້ເນັ້ນໃຫ້ພະນັກງານພາຍໃນສູນສືບຕໍ່ຈັດຕັ້ງປະຕິບັດມາດຕະການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ ເພື່ອໃຫ້ພະນັກງານ ກໍຄືເຈົ້າໜ້າທີ່ໃນສູນດັ່ງກ່າວປອດຈາກເຊື້ອພະຍາດໂຄວິດ-19 ພ້ອມນັ້ນ ໃຫ້ສືບຕໍ່ແກ້ໄຂບັນຫາລະບົບນໍ້າ ດ້ວຍການລະດົມທຶນຈາກຜູ້ທີ່ມີເງື່ອນໄຂປະກອບສ່ວນ ເພື່ອໃຫ້ສາມາດຕອບສະໜອງພຽງພໍຕໍ່ການຊົມໃຊ້ ເພື່ອເປັນການຊຸກຍູ້ ທ່ານອານຸພາບ ຕຸນາລົມ ຍັງໄດ້ມອບອຸປະກອນການແພດຈໍານວນໜຶ່ງ ເຊັ່ນ: ຜ້າອັດປາກ-ອັດດັງ ນໍ້າຢາຂ້າເຊື້ອ ເຈວລ້າງມື ແລະ ເຄື່ອງວັດແທກອຸນຫະພູມໃຫ້ສູນປິ່ນປົວ ແລະ ເຝິກວິຊາຊີບຜູ້ຕິດຢາເສບຕິດນະຄອນຫຼວງວຽງຈັນ ເພື່ອນໍາໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະຍາດເຊື້ອພະຍາດໂຄວິດ-19.

. # ຂ່າວ & ພາບ : ຂັນທະວີ