ບໍລິສັດ ໄຟຟ້າ ຫົງສາ ຈຳກັດ ແລະ ບໍລິສັດຜູ້ຮັບເໝົາພາຍໃນໂຄງການ ໄດ້ມີການຊ້ອມແຜນການຕອບໂຕ້ສະຖານະການ COVID-19 ໃນວັນທີ 19-23 ພຶດສະພາ 2021 ເພື່ອເປັນການຍົກລະດັບ ແລະ ກຽມຄວາມພ້ອມໃນການຮັບມືກັບສະຖານະການການຕິດເຊື້ອ ໂຄວິດ-19 ທີ່ອາດຈະເກີດຂຶ້ນ ຕະຫຼອດຈົນເປັນການດໍາເນີນການເພື່ອໃຫ້ສອດຄ່ອງກັບມາດຕະການການເຝົ້າລະວັງ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຂອງ ລັດຖະບານ ສປປ ລາວ.
ການຊ້ອມແຜນການຕອບໂຕ້ສະຖານະການໂຄວິດ-19 ໃນຄັ້ງນີ້ ເປັນການຈໍາລອງສະຖານະການປິດພື້ນທີ່ (Lock Down Operation) ບໍ່ຖ່ານຫີນ ໃນໂຄງການໂຮງໄຟຟ້າພະລັງຄວາມຮ້ອນຫົງສາ ທີ່ເມືອງຫົງສາ ແລະ ບໍ່ຫີນປູນ ທີ່ເມືອງເງິນ ແຂວງໄຊຍະບູລີ.

ເພື່ອເປັນການສ້າງຄວາມໝັ້ນໃຈໄດ້ວ່າ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຈະສາມາດຜະລິດກະແສໄຟຟ້າໄດ້ຢ່າງມີຄວາມສະຖຽນລະພາບ ເຖິງວ່າຈະຢູ່ໃນສະຖານະການທີ່ຍາກລຳບາກ ເພື່ອຄວາມໝັ້ນຄົງທາງພະລັງງານໄຟຟ້າຂອງທັງສອງປະເທດຕໍ່ໄປ.

# ຂ່າວ & ພາບ : ວຽງມາ