ສະຖາບັນ ຣັຕນະ ບໍລິຫານທຸລະກິດ ມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ຄູ-ອາຈານ ແລະ ນັກສຶກສາ

    ທ່ານ ປອ ສົມເພັດ ຣັຕນະສິມ ປະທານສະພາບໍລິຫານສະຖາບັນຣັຕນະ ບໍລິຫານທຸລະກິດ ພ້ອມດ້ວຍພັນລະຍາ ໄດ້ເປັນຫ່ວງເປັນໄຍ ແລະ ລະດົມເຄື່ອງອຸປະໂພກ-ບໍລິໂພກ (ໝີ່ສໍາເລັດຮູບ ປ໋ອງປາ ແລະ ໄຂ່ ລວມມູນຄ່າ 25 ລ້ານກີບ) ມອບໃຫ້ຄູ-ອາຈານ 50 ຄົນ ແລະ ນັກສຶກສາຫໍພັກຜູ້ຢູ່ຕ່າງແຂວງ ທີ່ຕົກຄ້າງຢູ່ສະຖາບັນ 80 ຄົນ ວັນທີ 19 ພຶດສະພາ 2021 ເພື່ອບັນເທົາການດໍາລົງຊີວິດໃນໄລຍະທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຮອບ 2 ໃນ ສປປ ລາວ ກໍຄືນະຄອນຫຼວງວຽງຈັນ ທັງເປັນການສົ່ງເສີມໃຫ້ບຸຄະລາກອນຂອງສະຖາບັນມີກຳລັງໃຈສືບຕໍ່ປະຕິບັດຕາມຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ເລກທີ 15/ນຍ ແລະ ຄຳສັ່ງເພີ່ມເຕີມຂອງກະຊວງສຶກສາທິການ ແລະ ກີລາ (ສສກ) ວາງອອກ ກ່ຽວກັບການຕ້ານ ແລະ ສະກັດກັ້ນເຊື້ອພະຍາດດັ່ງກ່າວຢ່າງມີໄຊ ແລະ ກຽມສືບຕໍ່ຈັດຕັ້ງປະຕິບັດການຮຽນ-ການສອນໃຫ້ສຳເລັດຕາມເປົ້າໝາຍ. 

    ທ່ານ ສົມເພັດ ຣັຕນະສິມ ກ່າວວ່າ: ຍ້ອນເຫັນໄດ້ຄວາມສຳຄັນໃນການດໍາລົງຊີວິດຂອງຄູ-ອາຈານ ແລະ ນັກສຶກສາຈຳນວນໜຶ່ງທີ່ພົບພໍ້ບັນຫາໃນໄລຍະທີ່ໄດ້ຢຸດການຮຽນ-ການສອນ ຜົນກະທົບດັ່ງກ່າວ ບໍ່ແມ່ນແຕ່ສະຖາບັນການສຶກສາຕ່າງໆທີ່ໄດ້ຮັບກະທົບເທົ່ານັ້ນ ແຕ່ຂົງເຂດທຸລະກິດທົ່ວປະເທດກໍໄດ້ຮັບຜົນກະທົບເຊັ່ນກັນ ເຊິ່ງບໍ່ສະເພາະແຕ່ປະເທດເຮົາ ຍັງກວມເອົາປະເທດຕ່າງໆທົ່ວໂລກ ປະເທດມະຫາອຳນາດ ແລະ ໝັ້ນຄົງທາງທຸລະກິດ ຄະນະນຳສະຖາບັນຣັຕນະ ບໍລິຫານທຸລະກິດ ຈຶ່ງເປັນຫ່ວງເປັນໄຍພະນັກງານຄູ-ອາຈານ ແລະ ນັກສຶກສາ ໂດຍການປະຕິບັດນະໂຍບາຍຄັ້ງທຳອິດ ໄດ້ຍົກເວັ້ນພະນັກງານທີ່ມີເງິນເດືອນ ເພື່ອແກ້ໄຂໃຫ້ຄູ-ອາຈານທີ່ມີຊົ່ວໂມງສອນແຕ່ບໍ່ມີເງິນເດືອນ ເພາະຖ້າບໍ່ມີຊົ່ວໂມງສອນ ເຂົາເຈົ້າກໍບໍ່ມີລາຍຮັບ ກໍຄືນັກສຶກສາທີ່ມາຈາກຕ່າງແຂວງຜູ້ຕົກຄ້າງຢູ່ຫໍພັກ ເຊິ່ງເປັນບັນຫາຫຍຸ້ງຍາກໃນການດຳລົງຊີວິດ ຜູ້ປົກຄອງຈະສົ່ງມາໃຫ້ກໍບໍ່ສະດວກ ພວກເຮົາຈຶ່ງເປັນສ່ວນໜຶ່ງທີ່ຈະຕ້ອງເບິ່ງແຍງເຂົາເຈົ້າ ໃນນີ້ ພາກເຊົ້າໄດ້ແຈກຢາຍໃຫ້ຄູ-ອາຈານ ແລະ ພາກບ່າຍ ແມ່ນມອບໃຫ້ນັກສຶກສາ ໂດຍເຄື່ອງທີ່ນໍາມາມອບຄັ້ງນີ້ ໄດ້ຮັບການປະກອບສ່ວນຈາກສະຫະພັນແມ່ຍິງກະຊວງ ສສກ.

    ທ່ານ ສົມເພັດ ຣັຕນະສິມ ກ່າວຕື່ມອີກວ່າ: ໄລຍະນີ້ ພວກເຮົາຕ້ອງປະຕິບັດຕາມຄຳສັ່ງຂອງທ່ານນາຍົກລັດ ຖະມົນຕີ ເລກທີ 15/ນຍ ແລະ ຄຳສັ່ງເພີ່ມເຕີມຂອງກະຊວງ ສສກ ຈົນຮອດວັນທີ 20 ພຶດສະພາ 2021 ຖ້າບໍ່ມີການແຜ່ລະບາດເພີ່ມເຕີມ ກະຊວງ ສສກ ກໍຈະເປີດໄຟຂຽວໃຫ້ພວກເຮົາສືບຕໍ່ການຮຽນ-ການສອນ ແຕ່ຖ້າຂັ້ນເທິງເຫັນວ່າມີເງື່ອນໄຂອັນຕະລາຍ ກໍຕ້ອງສືບຕໍ່ພັກຕື່ມອີກ ສະນັ້ນ ທຸກຄົນຕ້ອງໄດ້ກັກຕົວເອງ ແລະ ຄອບຄົວໃນເຮືອນ ແລະ ມີການເຕືອນກັນບໍ່ໃຫ້ອອກໄປທາງໃດ ເພື່ອປ້ອງກັນພະຍາດທີ່ຈະລະບາດຕິດຕໍ່ກັນ ແລະ ຂໍຮຽກຮ້ອງໃຫ້ທຸກທ່ານໃນໄລຍະກັກຕົວຢູ່ເຮືອນ ຂໍໃຫ້ສືບຕໍ່ມີການແຕ່ງບົດສອນໃຫ້ມີປະສິດທິຜົນ ເພື່ອເປີດໄຟຂຽວສອນນັກສຶກສາຢ່າງມີຄຸນນະພາບໃນສົກສຶກສາຕໍ່ໄປ ແລະ ຈົ່ງພ້ອມກັນຮັກສາສຸຂະພາບໃຫ້ເຂັ້ມແຂງ ເພື່ອຕ້ານ ແລະ ສະກັດກັ້ນພະຍາດດັ່ງກ່າວ. 

# ຂ່າວ & ພາບ :  ສະບາໄພ 

error: Content is protected !!