ປະຊາຊົນບ້ານໜອງໄຮ ຮ່ອມ31 ໄດ້ຮັບຜົນກະທົບຈາກນໍ້າເປື້້ອນເໝັນ

      ຂປລ. ໃນໄລຍະການລະບາດຂອງພະຍາດໂຄວິດ-19 ນີ້, ປະຊາຊົນ ລ້ວນແຕ່ຈໍາກັດບໍລິເວນຕົນເອງຢູ່ເຮືອນ ເພື່ອປ້ອງກັນການຕິດ ແລະ ແພ່ເຊື້ອຂອງພະຍາດໂຄວິດ-19, ໃນໄລຍະຈຳກັດບໍລິເວນ ກໍມີບາງບັນຫາເກີດຂຶ້ນ ໂດຍສະເພາະປະຊາຊົນບ້ານໜອງໄຮ ຮ່ອມ 31 ເມືອງຫາຍຊາຍຟອງ ນະຄອນຫລວງວຽງ ໄດ້ຮັບຜົນກະທົບຈາກນໍ້າເປື້ອນເໝັນຈາກ ໂຮງງານຜະລິດນົມສົ້ມ, ໂຮງງານຜະລິດນໍ້າດື່ມ, ຮ້ານປີ້ງຫູໝູ ແລະ ນໍ້າເປື້ອນຈາກຄົວເຮືອນຂອງປະຊາຊົນ ທີ່ລົ້ນອອກມາຫົນທາງ ໄດ້ສົ່ງກິນເໝັນແຮງ ໄປທົ່ວບໍລິເວນ ໂດຍມີປະຊາຊົນ ທັງເດັກນ້ອຍ, ຜູ້ໃຫຍ່ ແລະ ຜູ້ອາຍຸສູງ ຈຳນວນ 10 ກວ່າຫລັງຄາເຮືອນໄດ້ຮັບຜົນກະທົບໂດຍກົງ ເຊິ່ງໄດ້ສ້າງຄວາມລໍາຄານ ແລະ ອາດຈະສົ່ງຜົນເສຍຫາຍຕໍ່ສຸຂະພາບໄດ້. 

    ທ່ານ ດາວວັນ ມູນລາດ ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ ໄດ້ໃຫ້ສຳຕໍ່ນັກຂ່າວ ສຳນັກຂ່າວສານປະເທດລາວວ່າ: ບັນຫານຳເໝັນ ນ້ຳເປື້ອນນີ້ ຄອບຄົວຂອງຂ້າພະເຈົ້າໄດ້ຮັບຜົນກະທົບມາເປັນເວລາຫລາຍເດືອນແລ້ວ ເຊິ່ງຕາມປົກກະຕິພວກເຮົາເຮັດວຽກຫັດຖະກຳ ຕີເງິນ-ຕີຄຳ ຢູ່ໜ້າເຮືອນ ແຕ່ໄລຍະນີ້ ແມ່ນບໍ່ສາມາດເຮັດໄດ້ຄືເກົ່າ ເຖິງວ່າຈະເອົາຜ້າມາກັ້ງບັງໄວ້ ແຕ່ເມື່ອລົມພັດມາ ກໍຍິ່ງເພີ່ມທະວີຄວາມເໝັນຢ່າງຮຸນແຮງ ນອກຈາກສ້າງຄວາມລໍາຄານແລ້ວ ຍັງກະທົບຕໍ່ການກິນອາຫານແຕ່ລະມື້ນຳອີກ. 

ທ່ານ ຄຳພັນ ອ້ວນລາສີ ໄດ້ໃຫ້ສຳພາດວ່າ: ນ້ຳເໝັນນີ້ ລົ້ນອອກຈາກທໍ່ ຈົນເຮັດໃຫ້ມີນ້ຳຂັງ ເໝັນແຮງຢູ່ ໜ້າເຮືອນຂອງຂ້າພະເຈົ້າໂດຍກົງ, ນ້ຳຈະເໝັນແຮງທີ່ສຸດແມ່ນເວລາທີ່ອາກາດຮ້ອນແຮງ, ມີແດດຫລາຍ, ມີລົມພັດ ແລະ ເວລາມີລົດທຽວໄປມາ ຍິ່ງເຮັດໃຫ້ນ້ຳເໝັນແຮງ ເຊິ່ງສົ່ງຜົນກະທົບຕໍ່ສຸຂະພາບເປັນຢ່າງຍິ່ງ ພາໃຫ້ກິນເຂົ້າບໍ່ແຊບ, ນອນຫລັບຍາກ, ເວລາອອກມາຢູ່ນອກເຮືອນ ໃນຂອບເຂດບໍລິເວນຮົ້ວເຮືອນຂອງຕົນເອງ ກໍຕ້ອງໄດ້ໃສ່ຜ້າອັດປາກ-ດັງຕະຫລອດເວລາ ແຕ່ປານນັ້ນຄວາມເໝັນກໍ່ບໍ່ໄດ້ຫລຸດລົງເລີຍ; ບາງຄັ້ງເໝັນແຮງຈົນມີອາການເຈັບຫົວກໍ່ມີ. 

ພ້ອມນີ້, ທ່ານ ນາງ ມະໄລທອງ ແສນມະນີ ປະຊາຊົນຜູ້ໄດ້ຮັບຜົນກະທົບ ກໍໄດ້ໃຫ້ສຳພາດວ່າ: ໃນໄລຍະນີ້ ເປັນໄລຍະການລະບາດຂອງພະຍາດໂຄວິດ-19 ຂ້າພະເຈົ້າເອງບໍ່ໄດ້ໄປວຽກເປັນປົກກະຕິ ສ່ວນຫລາຍແມ່ນເຮັດວຽກຢູ່ເຮືອນ ເຊິ່ງການເຮັດວຽກຢູ່ເຮືອນກໍ່ມີຄວາມຫຍຸ້ງຍາກຫລາຍ ເນື່ອງຈາກຄວາມເໝັນຂອງນ້ຳເປື້ອນ ເຮັດໃຫ້ບໍ່ມີສະມາທິໃນການເຮັດວຽກ ຈຶ່ງຕ້ອງໄດ້ອັດປະຕູ-ປ່ອງຢ້ຽມໄວ້ຕະຫລອດເວລາ ອາກາດກໍ່ຮ້ອນອົບເອົ້າ ທໍລະມານຫລາຍ ແຕ່ຖ້າໄຂປະຕູປ່ອງຢ້ຽມຍາມໃດ ກິ່ນເໝັນກໍ່ລຸເຂົ້າມາເລີຍ “ແຮງກ່ອນໂຄວິດ-19 ກໍຄືກິ່ນເໝັນຈາກນ້ຳເປື້ອນນີ້ແຫລະ”. 

ຕໍ່ກັບບັນຫາດັ່ງກ່າວ, ອຳນາດການປົກຄອງບ້ານໜອງໄຮ ກໍຄື ທ່ານ ສອນເພັດ ແກ້ວປະດິດ ເລຂາພັກບ້ານ, ນາຍບ້ານບ້ານໜອງໄຮ ກໍ່ບໍ່ໄດ້ເພີກເສີຍ, ເຫັນຄວາມເດືອດຮ້ອນຂອງປະຊາຊົນເປັນສິ່ງສໍາຄັນ ທັງເປັນຫ່ວງເປັນໃຍຕໍ່ສຸຂະພາບຂອງປະຊົນພາຍໃນບ້ານ ຈຶ່ງໄດ້ແຈ້ງເຊີນພາກສ່ວນກ່ຽວຂ້ອງມາປຶກສາຫາລືເພື່ອຮ່ວມກັນແກ້ໄຂບັນຫາດັ່ງກ່າວ ເຊິ່ງທ່ານນາຍບ້ານບ້ານໜອງໄຮ ໄດ້ໃຫ້ສຳພາດວ່າ: ບັນຫາເລື່ອງນໍ້າເປື້ອນ ແມ່ນມີຜົນກະທົບມາແຕ່ດົນມາແລ້ວ ເຊິ່ງຜ່ານມາທາງບ້ານກໍໄດ້ມີການລະດົມທຶນກັບນັກທຸລະກິດ, ຜູ້ປະກອບການທຸລະກິດ ໂດຍມີໂຮງງານນົມສົ້ມ, ໂຮງງານນ້ຳດື່ມ ແລະ ຮ້ານປີ້ງຫູໝູ ເຫລົ່ານີ້ ເພື່ອຊື້ທໍ່ ແລະ ເອົາແຮງງານມາກໍ່ສ້າງປັບປຸງ ສາມາດແກ້ໄຂບັນຫາໄດ້ໃນລະດັບໜຶ່ງ; ຕໍ່ມາທໍ່ເກີດມີການອັດຕັນ ທາງບ້ານກໍໄດ້ສະເໜີໃຫ້ ຜູ້ປະກອບການທຸລະກິດ 3 ພາກສ່ວນລົງມາແກ້ໄຂ ກໍ່ໄດ້ຮັບຜົນດີ.  ປີ 2020 ຜ່ານມາ, ບາງໂຮງງານໄດ້ເກີດຂໍ້ຂັດຂ້ອງ ຍ້ອນໄລຍະ ໂຄວິດ-19 ລະບາດ; ມາຮອດປັດຈຸບັນນີ້ 2 ພາກສ່ວນຄື: ໂຮງງານນົມສົ້ມ ແລະ ໂຮງງານນ້ຳດື່ມ ໄດ້ແກ້ໄຂບັນຫາເບື້ອງຕົ້ນກ່ອນ ໂດຍການລ່ວງທໍ່, ສະສາງສິ່ງທີ່ອັດຕັນ. 

ຢ່າງໃດກໍ່ຕາມ, ທາງອຳນາດການປົກຄອງບ້ານ ຍັງໄດ້ປະສານກັບໜ່ວຍງານສິ່ງແວດລ້ອມຂັ້ນບ້ານ ເຄື່ອນໄຫວຕິດຕາມ ກວດກາ ປະເມີນຜົນ ເພື່ອຊອກຊ່ອງທາງໃນການປັບປຸງ ແລະ ແກ້ໄຂໃນໄລຍາວ ຄາດວ່າ: ບ້ານ ແລະ ຜູ້ປະກອບການທຸລະກິດ ອາດຈະຮ່ວມກັນດ້ານທຶນຮອນ, ອຸປະກອນ ແລະ ແຮງງານ ເພື່ອບູລະນະເປັນຮ່ອງລະບາຍນ້ຳທີ່ໄດ້ມາດຕະຖານກວ່າເກົ່າ.

error: Content is protected !!