ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນວ ເຂັ້ມງວດປ້ອງກັນພະຍາດໂຄວິດ

    ວັນທີ 19 ພຶດສະພາ 2021 ທ່ານ ບຸນປອນ ບຸນສົມຫວັງ ຫົວໜ້າກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ນະຄອນຫຼວງວຽງຈັນ (ນວ) ໃຫ້ສຳພາດວ່າ: ໂດຍປະຕິບັດ ແລະ ຜັນຂະຫຍາຍຕາມແຈ້ງການຂອງຂັ້ນເທິງ ກໍຄືຄະນະສະເພາະກິດຂັ້ນສູນກາງ ແລະ ຂັ້ນ ນວ ກ່ຽວກັບການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ກອງຄຸ້ມອຄອງພາຫະນະ ແລະ ການຂັບຂີ່ ນວ ໄດ້ເຮັດແຈ້ງການສະເພາະພາຍໃນຂອງຕົນເອງຂຶ້ນຕື່ມອີກສະບັບໜຶ່ງ ລົງວັນທີ 17 ພຶດສະພາ 2021 ແລະ ເລີ່ມຈັດຕັ້ງປະຕິບັດວັນທີ 18 ພຶດສະພາ 2021ເປັນຕົ້ນໄປ ເຊິ່ງການສ້າງແຈ້ງການສະບັບນີ້ຂຶ້ນມາ ໂດຍໄດ້ເຫັນດີຈາກຂັ້ນເທິງ ກໍຄືຂັ້ນ ນວ ເພື່ອເປັນການປົກປ້ອງພະນັກງານພາຍໃນ ແລະ ຜູ້ທີ່ມາພົວພັນວຽກ ກໍຄືມາໃຊ້ບໍລິການຢູ່ກອງຄູ້ມຄອງພາຫະນະ ແລະ ການຂັບຂີ່ ນວ ຢູ່ທົ່ງປົ່ງ ແລະ ສາຂາເມືອງນາຊາຍທອງ (ນໍ້າຊ່ວງ) ແລະ ສາຂາເມືອງໄຊທານີ.

    ສຳລັບແຈ້ງການສະບັບນີ້ ໄດ້ເຂັ້ມງວດຄື ພະນັກງານພາຍໃນທຸກຄົນ ແລະ ຜູ້ມາບໍລິການ ຕ້ອງໄດ້ຮັບການວັກຢາວັກຊີນຈຶ່ງໃຫ້ເຂົ້າມາ ຖ້າບໍ່ມີໃບສັກຢາ ຈະບໍ່ອະນຸຍາດໃຫ້ເຂົ້າມາ ນອກນີ້ ຍັງເຂັ້ມງວດການບໍລິການຕື່ມອີກ ໂດຍໄດ້ມາບໍລິການຢູ່ດ້ານນອກທີ່ມີອາກາດໂລ່ງ ທຸກຄົນຕ້ອງໃສ່ຜ້າອັດປາກ-ອັດດັງ ມີຈຸດລ້າງມື ກວດອຸນນະພູມ ເຈວລ້າງມື ນໍ້າລ້າງຕີນ ທຸກວັນພາຍຫຼັງເລີກການ ຕ້ອງພົ່ນຢາຂ້າເຊື້ອ ແລະ ອື່ນໆ ທັງນີ້ ກໍເພື່ອຮັບປະກັນບໍ່ໃຫ້ຕິດເຊື້ອພະຍາດໂຄວິດ ເນື່ອງຈາກກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ບໍ່ໄດ້ຢຸດວຽກ ເປັນຈຸດຄວາມສ່ຽງ ເຖິງວ່າໄລຍະນີ້ ມີຜູ້ມາໃຊ້ບໍລິການຫຼຸດລົງ 50% ກໍຕາມ ແຕ່ກໍເຫັນວ່າມີຄົນມາຫຼາຍຢູ່ ເຊິ່ງແຈ້ງການສະບັບນີ້ ພາຍຫຼັງປະກາດອອກໄປ ເປັນອັນວ່າສັງຄົມ ກໍຄືອົງກອນລັດໃຫ້ການສະໜັບສະໜູນເປັນຢ່າງດີ ແລະ ທ້າຍສຸດນີ້ ຂໍໃຫ້ຜູ້ມາໃຊ້ບໍລິການຈົ່ງປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ ເພື່ອພ້ອມກັນສະກັດກັ້ນການລະບາດຂອງພະຍາດໂຄວິດ ເພື່ອຕົນເອງ ເພື່ອຄອບຄົວ ແລະ ເພື່ອສັງຄົມລາວເຮົາ.

# ຂ່າວ & ພາບ :  ສົມສະຫວັນ

error: Content is protected !!