ທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ລາຍງານເຖິງສະພາບການການລະບາດຂອງພະຍາດໂຄວິດ-19 ວ່າ: ໃນວັນທີ 18 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.482 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊື້ອ 50 ກໍລະນີ ເຮັດໃຫ້ຜູ້ຕິດເຊື້ອສະສົມທັງໝົດ 1.737 ຄົນ ບໍ່ມີເສຍຊີວິດໃໝ່ ເສຍຊິວິດສະສົມທັງໝົດ 2 ຄົນ.

ກ່ຽວກັບກໍລະນີຕິດເຊື້ອໃໝ່ 50 ຄົນ (ກໍລະນີຢັ້ງຢືນທີ 1688 – 1737 ) ຂ້າພະເຈົ້າຂໍລົງລາຍລະອຽດຄື:ຄົນເຈັບຕິດເຊື້ອໃໝ່ຈາກນະຄອນຫຼວງ 16 ຄົນ (ທັງ 16 ຄົນ ແມ່ນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າທີ່ຕິດເຊື້ອໃນຊຸມຊົນ) ແຂວງບໍ່ແກ້ວ 21 ຄົນນັ້ນ (ແມ່ນຄົນທີ່ຕິດເຊື້ອຢູ່ພາຍໃນຊຸມຊົນຢູ່ເມືອງຕົ້ນເຜີ້ງ) ສໍາລັບແຂວງຈໍາປາສັກ 5 ຄົນ ແລະ ແຂວງສະຫວັນນະເຂດ 6 ຄົນ ແມ່ນກໍລະນີນຳເຂົ້າ ເຊິ່ງກວດພົບເຊື້ອໃນແຮງງານລາວທີ່ກັບຄືນປະເທດຖືກກົດໝາຍ ສ່ວນ 2 ກໍລະນີໃນແຂວງອຸດົມໄຊ (1 ກໍລະນີແມ່ນແຮງງານລາວທີ່ກັບມາຈາກໄທຜ່ານຂົວມິດຕະພາບ 1 ແລະ ໄດ້ເຂົ້າຈຳກັດບໍລິເວນຢູ່ສູນຫຼັກ 27 ໃນນະຄອນຫຼວງວຽງຈັນຄົບກຳນົດ 14 ວັນ ກວດບໍ່ພົບເຊື້ອ ແລະ ອອກຈາກສູນຈຳກັດບໍລິເວນ ເໝົາລົດຮ່ວມກັບໝູ່ອີກ 10 ຄົນ ເດີນທາງໄປຍັງແຂວງອຸດົມໄຊ ແລະ ໄປຈຳກັດບໍລິເວນຢູ່ແຂວງ ຜົນກວດພົບເຊື້ອ ແລະ ອີກ 1 ກໍລະນີແມ່ນຄົນແຂວງຫຼວງພະບາງທີ່ມີຄວາມຈຳເປັນເດີນທາງໄປແຂວງອຸດົມໄຊໃນວັນທີ 14 ພຶດສະພາ 2021 ແລະ ໄດ້ເຂົ້າກັກໂຕເກັບຕົວຢ່າງ ຜົນກວດພົບເຊື້ອ. ທັງໝົດຄົນເຈັບຕິດເຊື້ອໃໝ່ ຍັງຢູ່ໃນຂັ້ນຕອນສອບສວນ ແລະ ເກັບກຳຂໍ້ມູນ ສໍາລັບປະຫວັດການເຄື່ອນໄຫວໃນໄລຍະເວລາ 14 ວັນທີ່ຜ່ານມາ ວ່າບຸກຄົນໃດເປັນຜູ້ສຳຜັດໃກ້ຊິດ ເພື່ອເກັບຕົວຢ່າງ ແລະ ເຂົ້າຈໍາກັດບໍລິເວນຕາມຄຳແນະນຳຂອງຄະນະສະເພາະກິດກຳນົດໄວ້.
ປັດຈຸບັນ ມີຜູ້ຍັງຕິດຕາມປິ່ນປົວທົ່ວປະເທດທັງໝົດ 1.027 ຄົນ ໃນນັ້ນ ໄດ້ຮັບການປິ່ນປົວດີທັງໝົດ 708 ຄົນ (ໃໝ່ 22 ຄົນ) ແລະ ພວກກ່ຽວຈະຕ້ອງໄປສືບຕໍ່ຈຳກັດບໍລິເວນຢູ່ເຮືອນ ຫຼື ສູນຈໍາກັດບໍລິເວນ ປັດຈຸບັນ ທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ 44 ສູນ ມີຜູ້ຈຳກັດບໍລິເວນທັງໝົດ 3.350 ຄົນ ແລະ ທຸກຄົນທີ່ເຂົ້າມາສູນດັ່ງກ່າວ ແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດໂຄວິດ-19.
ທ່ານສາມາດຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນທາງການໄດ້ທາງວິທະຍຸກະຈາຍສຽງ ໂທລະພາບ ໜັງສືພິມ ແລະ ສື່ຕ່າງໆຂອງລັດຖະບານ ນອກຈາກນີ້ ຍັງມີເວັບໄຊຂອງຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ກໍຄື covid19.gov.la ແລະ ເວັບໄຊຂອງກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ cdc.gov.la ເຟສບຸກ ຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ ແລະ ສາມາດໂທສອບຖາມສາຍດ່ວນ 165 ຫຼື 166 ສຳລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 165 ຫຼື 166).
# ຂ່າວ & ພາບ : ສີພອນ ຈັນທະດາລາ