ວັນທີ 17 ພຶດສະພາ 2021 ຜ່ານມາ ຢູ່ສູນປິ່ນປົວ ແລະ ເຝິກວິຊາຊີບຜູ້ຕິດຢາເສບຕິດ ຫ້ອງຕໍາຫຼວດ ປກສ ນວ ໄດ້ຮັບເຄື່ອງຊ່ວຍເຫຼືອຈາກພະອາຈານຄູມິດ ອຸດທະຍະເມທີ ຄະນະປະຈໍາອົງການພຸດທະສາສະໜາສໍາພັນລາວ ເມືອງໄຊທານີ ຫົວໜ້າກໍາມາທິການສາທາລະນູປາການເມືອງໄຊທານີ ພ້ອມຄະນະ ເພື່ອນໍາໄປມອບກຸ່ມເປົ້າໝາຍທີ່ບໍ່ມີຍາດ ຍາດຢູ່ໄກ ຢູ່ພາຍໃນສູນ ເພື່ອໃຫ້ຜູ້ບໍາບັດນໍາໄປບໍລິໂພກໃນຊີວິດປະຈໍາວັນ.

ສຳລັບເຄື່ອງທີ່ນໍາມາມອບໃຫ້ຄັ້ງນີ້ ປະກອບມີ: ໄຂ່ ໝີ່ສຳເລັດຮູບ ປ໋ອງປາ ແລະ ເຂົ້າສານຈໍານວນ 50 ຖົງ ລວມມູນຄ່າປະມານ 3 ລ້ານກີບ ຕາງໜ້າກ່າວຮັບໂດຍທ່ານ ພັນໂທ ສີໄພ ໄຊສຸລິຍະວົງສາ ຫົວໜ້າສູນປິ່ນປົວ ແລະ ເຝິກວິຊາຊີບຜູ້ຕິດຢາເສບຕິດ ຫ້ອງຕໍາຫຼວດ ປກສ ນວ ພ້ອມດ້ວຍຄະນະ.

ໂອກາດນີ້ ພັທ ສີໄພ ໄຊສຸລິຍະວົງສາ ຕາງໜ້າໃຫ້ກອງບັນຊາການ ປກສ ນວ ກໍຄືຜູ້ບຳບັດຢູ່ພາຍໃນສູນ ຂໍສະແດງຄວາມຂອບໃຈຕໍ່ອົງການພຸດທະສາສະໜາສໍາພັນລາວ ເມືອງໄຊທານີ ທີ່ໄດ້ນໍາເອົາເຄື່ອງບໍລິໂພກຈໍານວນດັ່ງກ່າວມາປະກອບສ່ວນແບ່ງປັນນໍ້າໃຈຊ່ວຍເຫຼືອ ແຈກຢາຍໃຫ້ຜູ້ບໍາບັດຢູ່ພາຍໃນສູນຢ່າງທົ່ວເຖິງໃນຄັ້ງນີ້.

# ຂ່າວ & ພາບ : ຊິລິການດາ