ຄະນະແພດຊ່ຽວຊານ ສສ ຫວຽດນາມ ໃຫ້ບົດຮຽນ ແລະ ຄຳແນະນຳທີ່ລໍ້າຄ່າແກ່ຄະນະສະເພາະກິດ ກໍຄືແພດໝໍແຂວງສະຫວັນນະເຂດ

    ໃນວັນທີ 19 ພຶດສະພາ 2021 ທີ່ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ໄດ້ຕ້ອນຮັບຄະນະແພດຊ່ຽວຊານຈາກ ສສ ຫວຽດນາມ ໃນໂອກາດທີ່ຄະນະດັ່ງກ່າວໄດ້ມາເຮັດວຽກກັບຄະນະແພດສະເພາະກິດຂອງແຂວງສະຫວັນນະເຂດ ເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ທີ່ແຂວງສະຫວັນນະເຂດ ພ້ອມນັ້ນ ໃນໂອກາດນີ້ ທ່ານ ດຣ ແສງດາວ ສີດາໄລ ຫົວໜ້າພະແນກສາທາລະນະສຸກແຂວງ ແລະ ທ່ານ ປອ.ດຣ ຕຽງຄຳ ປ້ອງວົງສາ ຮອງຫົວໜ້າພະແນກສາທາລະນະສຸກແຂວງໄດ້ເຂົ້າຮ່ວມ.

    ທ່ານ ປອ. ດຣ ເວືອງ ແອັງ ເຢືອງ ຮອງຫົວໜ້າກົມຄຸ້ມຄອງ ກວດກາ ແລະ ປິ່ນປົວພະຍາດ ກະຊວງສາທາລະນະສຸກ ສສ ຫວຽດນາມ ໄດ້ລາຍງານຕໍ່ທ່ານເຈົ້າແຂວງສະຫວັນນະເຂດ ພາຍຫຼັງທີ່ຄະນະດັ່ງກ່າວໄດ້ເຄື່ອນໄຫວໃຫ້ການຕິດຕາມ ແລະ ຊີ້ແນະໃນດ້ານຕ່າງໆກ່ຽວກັບການຕິດຕາມອາການ ການປິ່ນປົວ ການກວດວິເຄາະຫາເຊື້ອພະຍາດໂຄວິດ-19 ການລົງເບິ່ງສະພາບຕົວຈິງຕາມໂຮງໝໍພາກສະໜາມ ສູນກັກກັນແຮງງານນຳເຂົ້າ ການເກັບຕົວຢ່າງເພື່ອກວດຫາເຊື້ອ ການຂ້າເຊື້ອຕາມຈຸດສ່ຽງ ແລະຕາມໂຮງໝໍພາກສະໜາມແຫ່ງຕ່າງໆພາຍໃນແຂວງສະຫວັນນະເຂດ ເຊິ່ງການມາເຄື່ອນໄຫວເຮັດວຽກຂອງຄະນະແພດຊ່ຽວຊານຈາກ ສສ ຫວຽດນາມທີ່ແຂວງສະຫວັນນະເຂດໃນຄັ້ງນີ້ ກໍເພື່ອໃຫ້ບົດຮຽນ ແລະ ໃຫ້ຄຳແນະນຳມີຄ່າທີ່ສຸດໃຫ້ແກ່ຄະນະສະເພາະກິດ ກໍຄືຄະນະແພດໝໍຂອງແຂວງສະຫວັນນະເຂດ ທີ່ກຳລັງຈັດຕັ້ງປະຕິບັດວຽກງານໃນການປິ່ນປົວ ປ້ອງກັນ ຄວບຄຸມ ການລະຍາດຂອງພະຍາດໂຄສິດ-19 ທີ່ແຂວງສະຫວັນນະເຂດ ໂດຍເຫັນວ່າຍັງມີຫຼາຍໆດ້ານທີ່ຈະຕ້ອງໄດ້ປັບປຸງແກ້ໄຂຕື່ມ ເປັນຕົ້ນແມ່ນການກະກຽມອຸປະກອນທາງການແພດ ແລະ ບຸຄະລາກອນແພດໝໍໃຫ້ພຽງພໍ ໃນກໍລະນີຫາກມີຜູ້ຕິດເຊື້ອເພີ່ມຂຶ້ນຢ່າງຫຼວງຫຼາຍໃນແຕ່ລະວັນ ພ້ອມນັ້ນ ກໍຍັງຕ້ອງເພີ່ມລະບົບເຮັດຄວາມສະອາດຕາມສະຖານທີ່ກັກກັນ ແລະ ຕາມສູນປິ່ນປົວ ຫຼືໂຮງໝໍພາກສະໝາມ (ຕ້ອງໃຫ້ຄວາມສຳຄັນໃນການບຳບັດລະບົບນໍ້າເປື້ອນກ່ອນລະບາຍອອກສູ່ຊຸມຊົນ ການຈັດການຂີ້ເຫຍື້ອພາຍໃນສູນກັກກັນ ການໃຊ້ຫ້ອງນໍ້າລວມ ການມາຢ້ຽມຢາມຂອງພີ່ນ້ອງຄົນປ່ວຍ ການປະປົນກັນລະຫວ່າງຜູ້ເຂົ້າສູນກ່ອນ ແລະ ຜູ້ເຂົ້າໃໝ່) ເຊິ່ງທັງໝົດເຫຼົ່ານີ້ ທາງຄະນະແພດຈາກ ສສ ຫວຽດນາມກໍໄດ້ໃຫ້ຄຳແນະນຳ ແລະ ຊີ້ແນະສິ່ງທີ່ຈະຕ້ອງໄດ້ແກ້ໄຂເພີ່ມຕື່ມ.

    ຈາກນັ້ນ ທ່ານເຈົ້າແຂວງກໍໄດ້ສະແດງຄວາມຂອບໃຈມາຍັງຄະນະແພດຊ່ຽວຊານຈາກ ສສ ຫວຽດນາມ ທີ່ມາໃຫ້ຄຳແນະນຳ ແລະ ຊີ້ແນະບົດຮຽນທີ່ລໍ້າຄ່າໃຫ້ແຂວງສະຫວັນນະເຂດ ໃນການປ້ອງກັນພະຍາດໂຄວິດ-19 ແລະ ຫວັງຢ່າງຍິ່ງວ່າ ການຊ່ວຍເຫຼືອ ແລະ ການຮ່ວມມມືທີ່ດີແບບນີ້ ຈະມີຂຶ້ນອີກໃນຄັ້ງຕໍ່ໄປ.

# ຂ່າວ & ພາບ :  ເພັດສະໝອນ

error: Content is protected !!