ອີງຕາມຂ່າວ CRI ໃຫ້ຮູ້ວ່າ ໃນວັນທີ 18 ພຶດສະພາ 2021 ຄືມື້ວານນີ້ ຄະນະຊ່ຽວຊານການແພດທີ່ລັດຖະບານ ສປ ຈີນຊ່ວຍເຫຼືອ ສປປ ລາວ ຕ້ານພະຍາດ COVID-19 ໄດ້ສໍາເລັດໜ້າທີ່ ແລ້ວເດີນທາງກັບ ສປ ຈີນ ໂດຍມີທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ ພ້ອມດ້ວຍຄະນະ ໄປສົ່ງພວກເຂົາເຈົ້າທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ.


ຄະນະຜູ້ຊ່ຽວຊານການແພດຈີນຊຸດນີ້ ປະກອບມີ 25 ທ່ານ ເຊິ່ງເປັນຊ່ຽວຊານໃນດ້ານລະບາດວິທະຍາ ການຂ້າເຊື້ອ ກວດກາຈາກຫ້ອງກວດວິເຄາະ ການຄຸ້ມຄອງການຕິດເຊື້ອ ພະແນກມໍລະສຸມ ແລະ ອື່ນໆ. ໃນເວລາ 2 ອາທິດທີ່ປະຕິບັດໜ້າທີ່ຢູ່ລາວ ພວກເຂົາເຈົ້າໄດ້ສໍາຫຼວດຄົ້ນຄວ້າຢູ່ໂຮງໝໍປິ່ນປົວ ໂຮງໝໍພາກສະໜາມ ຫ້ອງທົດລອງກວດພະຍາດ ສະຖານທີ່ສັກຢາວັກຊິນ ສະຖານທີ່ກັກບໍລິເວນ ແລະອື່ນໆຫຼາຍກວ່າ 40 ໜ່ວຍງານ ເພື່ອເກັບກໍາຂໍ້ມູນ ພ້ອມແລກປ່ຽນຄໍາເຫັນທາງດ້ານວິຊາການກັບພາກສ່ວນທີ່ກ່ຽວຂ້ອງ ໄດ້ເຝິກອົບຮົມວິຊາສະເພາະໃຫ້ແກ່ບຸຄະລາກອນດ້ານການແພດ ສາທາລະນະສຸກ ແລະຂະແໜງທີ່ກ່ຽວຂ້ອງຫຼາຍກວ່າ 20 ຄັ້ງ ເປັນຕົ້ນແມ່ນການຄວບຄຸມການລະບາດຢູ່ໂຮງໝໍ ການຈໍາແນກຄົນເຈັບອາການໜັກ ແລະ ອື່ນໆ ອີງຕາມການປຶກສາຫາລືແລກປ່ຽນຂໍ້ມູນ ການລົງໄປເຄື່ອນໄຫວເຮັດວຽກຕົວຈິງ ກໍຄືຂໍ້ສະເໜີຂອງຝ່າຍລາວ ປະສົມປະສານກັບບັນດາມາດຕະການ ແລະວິທີການຄວບຄຸມການລະບາດພະຍາດໂຄວິດ-19 ໄດ້ສ້າງເປັນ “ການແນະນໍາວຽກງານການຊ່ວຍເຫຼືອປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19” ພ້ອມຄໍາແນະນໍາການປ້ອງກັນ ຄວບຄຸມພະຍາດສະເພາະດ້ານ ລວມ 12 ສະບັບ ເພື່ອໃຫ້ຝ່າຍລາວພິຈາລະນາ ນອກນັ່ນ ພວກເຂົາຍັງໄດ້ຢ້ຽມຢາມ ພ້ອມເຝິກອົບຮົມຢູ່ບັນດາໂຄງການຮ່ວມມືຂອງສອງປະເທດລາວ-ຈີນ ແລະ ວິສາຫະກິດຈີນຢູ່ລາວ ເພື່ອໂຄສະນາຄວາມຮູ້ທີ່ກ່ຽວຂ້ອງ ແລະອື່ນໆ.

ເພື່ອຍ້ອງຍໍຜົນງານອັນພົ້ນເດັ່ນໃນການປະກອບສ່ວນຊ່ວຍເຫຼືອວຽກງານສາທາລະນະສຸກຂອງລາວ ກ່ອນເດີນທາງກັບຈີນ ທາງການລາວໄດ້ມອບໃບຍ້ອງຍໍໃຫ້ແກ່ຄະນະຊ່ຽວຊານການແພດຈີນ 25 ທ່ານ ໂດຍມີທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ເຂົ້າຮ່ວມເປັນສັກຂີພິຍານ ແລະ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກເປັນຜູ້ມອບ.

ໂອກາດນີ້ ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງທັນການຂອງ ສປ ຈີນໃນຄັ້ງນີ້ ກໍຄືຫຼາຍຄັ້ງທີ່ຜ່ານມາ ໄດ້ສະແດງອອກຢ່າງຈະແຈ້ງທີ່ສຸດ ເຖິງຄວາມເປັນຫ່ວງເປັນໄຍ ແລະ ຄວາມເອົາໃຈໃສ່ຂອງພັກ-ລັດ ແລະປະຊາຊົນຈີນທີ່ມີຕໍ່ພັກລັດ ແລະ ປະຊາຊົນລາວ ໃນຍາມທີ່ມີຄວາມຫຍຸ້ງຍາກທີ່ສຸດ ພ້ອມກັນນີ້ ຍັງສະແດງອອກແຈ້ງເຖິງຄວາມເປັນເພື່ອນມິດສະຫາຍອ້າຍນ້ອງທີ່ເປັນມູນເຊື້ອອັນເຫີງນານ ທັງເປັນຄູ່ຮ່ວມຍຸດທະສາດໝັ້ນຄົງຕາມທິດ 4 ດີ ໃນການເປັນຄູ່ຮ່ວມຊະຕາກໍາສັງຄົມນິຍົມລາວ-ຈີນ ຈີນ-ລາວ ເຊິ່ງໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກນັບມື້ບໍ່ຢຸດຢັ້ງ ທັງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສະເຫຼີມສະຫຼອງວັນສ້າງຕັ້ງລະຫວ່າງການທູດຂອງສອງປະເທດຄົບຮອບ 60 ປີ ແລະ ປີນີ້ ຍັງເປັນປີມິດຕະພາບລາວ-ຈີນ ຈີນ-ລາວນໍາອີກ.
# ຂ່າວ & ພາບ : ເພັດສະໝອນ