ມອບເຂົ້າສານໜຽວໃຫ້ປະຊາຊົນທີ່ຫຍຸ້ງຍາກບ້ານທ່າພະລານໄຊ

    ເພື່ອເປັນການປະກອບສ່ວນຊ່ວຍເຫຼືອສັງຄົມ ກໍຄືປະຊາຊົນຜູ້ທີ່ຫຍຸ້ງຍາກໃນການດຳລົງຊີວິດປະຈຳວັນໃນໄລຍະກັກຕົວຍ້ອນການລະບາດຂອງພະຍາດໂຄວິດ-19 ວັນທີ 18 ພຶດສະພາ 2021 ພະອາຈານ ບຸນຍາດ ຄຳພູ ປະຈຳວັດນາກໃຫຍ່ ເມືອງສີສັດຕະນາກ ທັງເປັນທີ່ປຶກສາອົງການພຸດທະສາສະໜາສໍາພັນລາວ ໄດ້ສືບຕໍ່ມອບເຄື່ອງອບໍລິໂພກເປັນເຂົ້າສານໜຽວ ໝີ່ສໍາເລັດຮູບ ແລະ ໄຂ່ ໃຫ້ປະຊາຊົນບ້ານທ່າພະລານໄຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຈໍານວນ 146 ຄົນ ເຊິ່ງເຄື່ອງທີ່ມອບຄັ້ງນີ້ ໄດ້ຈາກການປະກອບສ່ວນຂອງຄອບຄົວທ່ານ ວິລະສັກ ແລະ ນາງ ຕ້ອມ ແລະ ຄັ້ງຕໍ່ໄປ ຈະໄປມອບໃຫ້ປະຊາຊົນບ້ານດອນປ່າໃໝ່ ເມືອງສີສັດຕະນາກຕື່ມອີກ.

.                # ຂ່າວ & ພາບ : ຂັນທະວີ 

error: Content is protected !!