ຍັງເປັນຂ່າວບໍ່ດີ ວັນນີ້ພົບຜູ້ຕິດເຊື້ອພະຍາດໂຄວິດໃໝ່ 49 ຄົນ

    ຕາມບົດຖະແຫຼງຂ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ປະຈຳວັນທີ 18 ພຶດສະພາ ປີ 2021 ຈາກທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ແລະ ທ່ານ ດຣ ຄຳໃສ ເດດລືໄຊ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ໃຫ້ຮູ້ວ່າ: 

    ໃນວັນທີ 17 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.967 ຕົວຢ່າງ ໃນນັ້ນ ນະຄອນຫຼວງ 1.199 ຕົວຢ່າງ ບໍ່ແກ້ວ 29 ຕົວຢ່າງ ແລະ ທີ່ເຫຼືອແມ່ນແຂວງອື່ນໆ 739 ຕົວຢາງ ພົບຜູ້ຕິດເຊື້ອໃໝ່ 49 ຄົນ ເຮັດໃຫ້ຜູ້ຕິດເຊື້ອສະສົມທັງໝົດ ເປັນ 1.687 ຄົນ ເສຍຊິວິດສະສົມທັງໝົດ 2 ຄົນ ກ່ຽວກັບກໍລະນີຕິດເຊື້ອໃໝ່ 49 ຄົນ ໃນນັ້ນ ນະຄອນຫຼວງ 8 ຄົນ (ທັງ 8 ຄົນນີ້ແມ່ນຕິດເຊື້ອຈາກຄົນເຈັບເກົ່າທີ່ຕິດເຊື້ອໃນຊຸມຊົນ) ແຂວງບໍ່ແກ້ວ 26 ຄົນນັ້ນ 1 ຄົນແມ່ນຕິດເຊື້ອໃນແຂວງບໍ່ແກ້ວ ທີ່ເປັນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ ແລະ ສ່ວນ 25 ຄົນທີ່ຕິດເຊື້ອຢູ່ເຂດເສດຖະກິດພິເສດ ແມ່ນຕິດເຊື້ອພາຍໃນຊຸມຊົນ ແຂວງຈໍາປາສັກ 15 ຄົນ ແມ່ນກໍລະນີນຳເຂົ້າ ເຊິ່ງກວດພົບເຊື້ອໃນແຮງງານລາວທີ່ກັບຄືນປະເທດຖືກກົດໝາຍ. 

    ປັດຈຸບັນ ມີຜູ້ຍັງຕິດຕາມປິ່ນປົວທົ່ວປະເທດທັງໝົດ 999 ຄົນ ໃນນັ້ນ ໄດ້ຮັບການປິ່ນປົວດີທັງໝົດ 686 ຄົນ (ໃໝ່ 104 ຄົນ).

.

# ຂ່າວ & ພາບ :  ວຽງມາ 

error: Content is protected !!