ປກສ ນວ ໄດ້ຮັບການຊ່ວຍເຫຼືອເຄື່ອງປ້ອງກັນໄວຣັສໂຄວິດ ຈາກກອງບັນຊາການຕຳຫຼວດນະຄອນໂຮ່ຈີມິງ

    ວັນທີ 16 ພຶດສະພາ 2021 ທີ່ດ່ານສາກົນເບີອີ່ (ກອນຕູມ) ຕາງໜ້າກອງບັນຊາການຕຳຫຼວດນະຄອນໂຮ່ຈີມິງ ສສ ຫວຽດນາມ ໄດ້ມອບເຄື່ອງອຸປະກອນຮັບໃຊ້ເພື່ອຕ້ານພະຍາດໂຄວິດ-19 ໃຫ້ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແລະ ກອງບັນຊາການ ປກສ ແຂວງຈຳປາສັກ ໃນນີ້ ມອບໃຫ້ກອງບັນຊາການ ປກສ ນວ ມີຜ້າອັດປາກ-ດັງ ຈຳນວນ 30.000.000 ແຜ່ນ ເຈວລ້າງມື 20 ແກັດ ລວມມູນຄ່າ 150.000.000 ດົງ ກ່າວມອບໂດຍ ທ່ານ ເລມິງຮາ ຮອງຫົວໜ້າຫ້ອງເສນາທິການຕຳຫຼວດນະຄອນໂຮ່ຈີມິງ ພ້ອມຄະນະ ແລະ ຕາງໜ້າກ່າວຮັບໂດຍ ທ່ານ ພັນໂທ ທອງສອນ ສຸພາບມີໄຊ ຮອງຫົວໜ້າຫ້ອງພະລາ ປກສ ນວ. 

    ການທີ່ກອງບັນຊາການຕຳຫຼວດນະຄອນໂຮ່ຈີມິງ ໄດ້ຊ່ວຍເຫຼືອກອງບັນຊາການ ປກສ ນວ ໃນຄັ້ງນີ້ ສະແດງເຖິງນ້ຳໃຈມິດຕະພາບ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ຊາດ 2 ກຳລັງ ເວົ້າລວມ ເວົ້າສະເພາະ ແມ່ນລະຫວ່າງກອງບັນຊາການ ປກສ ນວ ແລະ ກອງບັນຊາການ ປກສ ນະຄອນໂຮ່ຈີມິງ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ມີປະສິດທິຜົນ. 

    ຕອນທ້າຍພິທີມອບ-ຮັບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ຕາງໜ້າຄະນະສອງຝ່າຍ ຕ່າງກໍໄດ້ຝາກຄວາມຢ້ຽມຢາມຖາມຂ່າວ ແລະ ຄວາມເປັນຫ່ວງເປັນໄຍ ເຖິງຫົວໜ້າກອງບັນຊາການຂອງສອງນະຄອນ ແລະ ທົ່ວກຳລັງປ້ອງກັນຄວາມສະຫງົບຂອງສອງນະຄອນ ທີ່ປະຕິບັດໜ້າທີ່ປ້ອງກັນ ສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19 ໃຫ້ເຂົ້າສູ່ພາວະປົກກະຕິໂດຍໄວ ແລະ ສືບຕໍ່ຈັດຕັ້ງປະຕິບັດຮ່ວມມືລະຫວ່າງສອງກອງບັນຊາການໃຫ້ນັບມື້ເລິກເຊິ່ງ ແລະ ກ້າວຂຶ້ນສູ່ຄຸນນະພາບໃໝ່.

# ຂ່າວ & ພາບ :  ຊິລິການດາ 

error: Content is protected !!