ການເກັບຂໍ້ມູນຫົວເຫວີຍ OceanStor ຊ່ວຍໃຫ້ Tianwen-1 ສຳຫຼວດດາວອັງຄານຄັ້ງທຳອິດ

     ຝ່າຍບໍລິຫານຂອງສໍານັກງານອະວະກາດແຫ່ງຊາດຈີນ (CNSA) ຖະແຫຼງການວັນທີ 15 ພຶດສະພາ 2021 ຢູ່ນະຄອນຫຼວງປັກກິ່ງ ສປ ຈີນ ເຖິງການສົ່ງຍານສໍາຫຼວດດາວອັງຄານທໍາອິດຂອງຈີນ ທີ່ສາມາດລົງຈອດຢູ່ດາວອັງຄານໄດ້ສໍາເລັດ ຍານສຳຫຼວດ Tianwen-1 ໄດ້ລົງຈອດຢູ່ພື້ນທີ່ໄດ້ເລືອກໄວ້ກ່ອນໃນເຂດພາກໃຕ້ຂອງ Utopia Planitia ເປັນເຂດຮາບພຽງທີ່ກວ້າງໃຫຍ່ກວ່າໝູ່ໃນພາກເໜືອຂອງດາວອັງຄານ ຕອນເວລາ 7:18 ໂມງ (ເວລາປັກກິ່ງ) ປະກາດໂດຍ CNSA ເຊິ່ງເຮັດໃຫ້ຈີນເປັນປະເທດທີ 3 ທີ່ສາມາດບັນລຸການລົງຈອດຢູ່ເທິງດາວເຄາະສີແດງ.

    Tianwen ມີຄວາມໝາຍວ່າຄໍາຖາມເຖິງສະຫວັນ ມາຈາກບົດກະວີທີ່ຂຽນໂດຍນັກກະວີຈີນບູຮານ Qu Yuan (ປະມານ 340-278 ກ່ອນ ຄສ) ຍານດາວອັງຄານທຳອິດຂອງປະເທດຈີນ ມີຊື່ວ່າ Zhurong ພາຍຫຼັງພະເຈົ້າໄຟໃນນິທານເລື່ອງບູຮານຄະດີຂອງຈີນ ເຊິ່ງມີສຽງຄ້າຍຄືກັບຊື່ຈີນຂອງດາວເຄາະສີແດງ: Huoxing (ດາວເຄາະແຫ່ງໄຟ).

    ຂ່າວທີ່ໜ້າຕື່ນເຕັ້ນນີ້ ໄດ້ຊຸກຍູ້ໃຫ້ກາຍເປັນຫົວຂໍ້ການສົນທະນາຢ່າງມີສີສັນໃນອິນເຕີເນັດຈີນ ນັກວິຈານ ແລະ ບັນດາຜູ້ມີຊື່ສຽງໃນສັງຄົມຕ່າງໃຫ້ຄວາມສົນໃຈ ແລະ ໃຫ້ການຍົກຍ້ອງ ພ້ອມທັງສົນທະນາເຖິງຜົນສຳເລັດອັນໃຫຍ່ຫຼວງຂອງຈີນ ແລະ ຄວາມຊັບຊ້ອນທາງເຕັກນິກຂອງໂຄງການ. 

    ທ່ານ Zhou Yuefeng ປະທານກຸ່ມຜະລິດຕະພັນຈັດເກັບຂໍ້ມູນຂອງຫົວເຫວີຍ ກ່າວໃນ micro blog ສ່ວນຕົວ ວ່າ: ຂໍສະແດງຄວາມຍິນດີກັບຈີນ ທີ່ກາຍມາເປັນປະເທດທີ 3 ຂອງໂລກ ໃນການໄດ້ລົງຈອດຢູ່ເທິງດາວອັງຄານຢ່າງສຳເລັດຜົນ ການຈັດເກັບຂໍ້ມູນຂອງ Huawei OceanStor ແມ່ນຊ່ວຍໃນການຈັດເກັບ ແລະ ຮັກສາຂໍ້ມູນການສຳຫຼວດດາວອັງຄານຄັ້ງທຳອິດຂອງ Tianwen-1 ສຳຫຼວດຄວາມ ເລິກລັບຂອງລະບົບສຸລິຍະຈັກກະວານ ແລະ ສືບທອດອະລິຍະທໍາດີຈີຕອນຂອງມະນຸດ.

    ອີງຕາມການລາຍງານ ລະບົບການຈັດເກັບຂໍ້ມູນ OceanStor ຂອງຫົວເຫວີຍໄດ້ສ້າງເວທີຂໍ້ມູນທີ່ຄົບວົງຈອນສຳລັບຫໍເບິ່ງດາວດາລາສາດແຫ່ງຊາດ ເພື່ອຈັດເກັບສຳຮອງ ແລະ ເຜີຍແຜ່ຜະລິດຕະພັນຂໍ້ມູນໃນທຸກລະດັບການເປີດຮັບການປະມວນຜົນ ການວິເຄາະ ແລະ ການວິໄຈຂໍ້ມູນການສຳຫຼວດດາວອັງຄານ ມີຄວາມຕ້ອງການໃຫ້ເປັນການເກັບຂໍ້ມູນທີ່ວ່ອງໄວ ສະຖຽນ ມີປະສິດທິຜົນ ແລະ ປອດໄພທີ່ສຸດ ພື້ນທີ່ຈັດເກັບຂໍ້ມູນສ່ວນໃຫຍ່ຂອງຫົວເຫວີຍ OceanStor ສາມາດຕອບສະໜອງຄວາມຕ້ອງການເຫຼົ່ານີ້ໄດ້. 

    ທ່ານ Zhou Yuefeng ໄດ້ກ່າວໃນງານສາທາລະນະໃນປີຜ່ານມາວ່າ: ໃນຖານະທີ່ເປັນ 1 ໃນ 3 ຜູ້ຜະລິດລະບົບການຈັດເກັບ ຮັກສາລະດັບສູງຂອງໂລກ ການຈັດເກັບຮັກສາຂໍ້ມູນຂອງຫົວເຫວີຍໄດ້ແຊງໜ້າໃນແງ່ຂອງຄວາມໄວ ຄວາມໜ້າເຊື່ອຖື ແລະ ປະສິດທິຜົນ ຍິ່ງໄປກວ່ານັ້ນ ທຸກໆຊິບຂອງລະບົບການຈັດເກັບຂໍ້ມູນຫົວເຫວີຍໄດ້ຮັບການພັດທະນາດ້ວຍຕົວເອງ ຄວາມໄວການຈັດເກັບຂໍ້ມູນຂອງຫົວເຫວີຍກາຍໜ້າອັນດັບທີ 2 ເຖິງ 100% ມີຄວາມໜ້າເຊື່ອຖືສູງເຖິງ 99,99% ແລະ ທົນທານຕໍ່ຄວາມຫຼົມແຫຼວຂອງເຄື່ອງຄວບຄຸມ 7 ໃນ 8 ເຄື່ອງ ທັງໝົດນີ້ແມ່ນຍ້ອນເກີດຈາກການລົງທຶນດ້ານການວິໄຈ ແລະ ພັດທະນາຢ່າງຕໍ່ເນື່ອງຂອງຫົວເຫວີຍ ໃນຂົງເຂດການຈັດເກັບຮັກສາຂໍ້ມູນເປັນເວລາຫຼາຍປີ ແລະ ການລວມປັນຍາປະດິດເຂົ້າໃນການຈັດເກັບຂໍ້ມູນ. 

# ຂ່າວ-ພາບ: ສະບາໄພ

error: Content is protected !!