ບໍລິສັດຄໍາມ່ວນ ຊີມັງ ຈໍາກັດ ມອບອຸປະກອນການແພດໃຫ້ນະຄອນຫຼວງວຽງຈັນ

    ວັນທີ 17 ພຶດສະພາ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ບໍລິສັດ ຄໍາມ່ວນ ຊີມັງ ຈໍາກັດ ຜູ້ຜະລິດ ຊີມັງ ເອັດສ໌ຊີຈີ ແລະ ຊີມັງກາເສືອ ມອບອຸປະກອນທາງການແພດ (POSITIVE PRESSURE ROOM) ເພື່ອຊຸກຍູ້ວຽກງານສະກັດກັ້ນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຈໍານວນ 3 ເຄື່ອງ ມູນຄ່າ 480.000 ບາດ ໃຫ້ນະຄອນຫຼວງວຽງຈັນ ຕາງໜ້າມອບໂດຍທ່ານ PEERA RUCKIAD ແລະ ຕາງໜ້າຮັບໂດຍທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງ ຫົວໜ້າຄະນະສະເພາະກິດ ປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ນະຄອນຫຼວງວຽງຈັນ.

# ຂ່າວ & ພາບ :  ຂັນທະວີ 

error: Content is protected !!