ວັນນີ້ ພົບເພີ່ມອີກ 47 ກໍລະນີທີ່ຕິດເຊື້ອໂຄວິດໃນລາວ

    ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃຫ້ຮູ້ວັນທີ 17 ພຶດສະພາ 2021 ວ່າ: ວັນທີ 16 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 2.340 ຕົວຢ່າງ ໃນນັ້ນ ນະຄອນຫຼວງ 1.006 ຕົວຢ່າງ ແລະ ຕ່າງແຂວງ 1.334 ຕົວຢາງ ຜົນກວດວິເຄາະພົບຜູ້ຕິດເຊື້ອ ໃໝ່ 47 ຄົນ ໃນນີ້ ຄົນເຈັບຕິດເຊື້ອໃໝ່ຈາກນະຄອນຫຼວງ 4 ຄົນ (ໃນນັ້ນ ກໍລະນີນຳເຂົ້າ 1 ຄົນ ເຊິ່ງ ແມ່ນແຮງງານລາວທີ່ກັບມາຈາກໄທ ສ່ວນ 3 ຄົນ ແມ່ນຕິດເຊື້ອໃນຊຸມຊົນ) ແຂວງບໍ່ແກ້ວ 38 ຄົນນັ້ນ ກໍແມ່ນຕິດເຊື້ອພາຍໃນຊຸມຊົນເຊັ່ນດຽວກັນ ສໍາລັບແຂວງຈໍາປາສັກ 3 ຄົນ ແລະ ສະຫວັນນະເຂດ 2 ຄົນ ແມ່ນກໍລະນີນຳເຂົ້າ ເຊິ່ງກວດພົບເຊື້ອໃນແຮງງານລາວທີ່ກັບຄືນປະເທດຖືກກົດໝາຍ.

# ຂ່າວ & ພາບ :  ຂັນທະວີ 

error: Content is protected !!