ປະກອບສ່ວນຊຸກຍູ້ເຄື່ອງບໍລິໂພກໃຫ້ອ້າຍນ້ອງກຳລັງປ້ອງກັນສູນກາງ

    ບໍລິສັດ ແກ້ວທະວີຄູນ ເພີ່ມພູນຊັບ ຂາເຂົ້າ-ຂາອອກ ຈໍາກັດ ຮ່ວມກັບ ສະມາຄົມຊ່ວຍເຫຼືອ ແລະ ບັນເທົາທຸກນະຄອນຫຼວງວຽງຈັນ ໄດ້ມອບເຄື່ອງບໍລິໂພກໃຫ້ກອງບັນຊາການປ້ອງກັນສູນກາງ ກະຊວງປ້ອງກັນຄວາມສະຫງົບ ວັນທີ 17 ພຶດສະພາ 2021 ທີ່ສວນຂອງບໍລິສັດດັ່ງກ່າວ ບ້ານໂນນຫວາຍ ເມືອງໄຊເສດຖາ ນະຄອນ ຫຼວງວຽງຈັນ ກ່າວມອບໂດຍທ່ານ ແກ້ວລໍາພອນ ແສງສຸລີເດດ ປະທານບໍລິສັດ ແກ້ວທະວີຄູນ ເພີ່ມພູນຊັບ ຂາເຂົ້າ-ຂາອອກ ຈໍາກັດ ແລະ ທ່ານ ລໍາພົນ ສ. ບຸນຍູ້ ສະມາຄົມຊ່ວຍເຫຼືອ ແລະ ບັນເທົາທຸກນະຄອນຫຼວງວຽງຈັນ ແລະ ຕາງໜ້າຮັບຂອງທ່ານ ພົຈວ ສົມພົງ ຂໍາວິລຸນ ຫົວໜ້າກອງບັນຊາການປ້ອງກັນສູນກາງ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ທ່ານ ແກ້ວລໍາພອນ ແສງສຸລີເດດ ໃຫ້ຮູ້ວ່າ: ບໍລິສັດຂ້າພະເຈົ້າ ເປັນບໍລິສັດໜຶ່ງທີ່ຈໍາໜ່າຍພືດຜັກກະສິກຳອິນຊີ ສະໜອງໃຫ້ແກ່ສັງຄົມໄດ້ບໍລິໂພກພືດຜັກທີ່ດີຕໍ່ສຸຂະພາບ ເຊິ່ງປັດຈຸບັນ ເພື່ອຫຼຸດຜ່ອນຄວາມແອອັດ ແລະ ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ຄະນະສະເພາະກິດໂຄວິດວາງອອກຢ່າງເຂັ້ມງວດ ບໍລິສັດໄດ້ຈໍາໜ່າຍພືດຜັກອອກເປັນສອງຈຸດຄື  ເວລາ 6:00-18:00 ໂມງ ຂອງວັນຈັນ ພຸດ ແລະ ວັນເສົາ ຈໍາໜ່າຍຢູ່ສວນບ້ານໂນນຫວາຍ ແລະ ເວລາ 6:00-13:00 ໂມງ ຂອງວັນພຸດ ແລະ ວັນເສົາ ຂາຍຢູ່ສູນການຄ້າລາວ-ໄອເຕັກ ສະນັ້ນ ໂດຍເຫັນໄດ້ຄວາມໝາຍຄວາມສໍາຄັນໃນການປະກອບສ່ວນຊຸກຍູ້ກ້ອນກຳລັງທີ່ປະຕິບັດໜ້າທີ່ໃນການສະກັດກັ້ນ ແລະ ຕ້ານການແຜ່ລະບາດເຊື້ອພະຍາດໂຄວິດ-19 ໂດຍສະເພາະ ກ້ອນກຳລັງປ້ອງກັນຂັ້ນສູນກາງຈໍານວນໜຶ່ງທີ່ມີຄວາມສ່ຽງ ແລະ ກັກຕົນເອງ ໃຫ້ມີອາຫານການກິນພຽງພໍ ບໍລິສັດຈຶ່ງໄດ້ຊຸກຍູ້ພືດຜັກຊະນິດຕ່າງໆທີ່ປູກພາຍໃນສວນ ປາ ໄກ່ ໄຂ່ໄກ່ ແລະ ເຂົ້າສານ ລວມມູນຄ່າ 7 ລ້ານກີບ ນອກຈາກນີ້ສະມາຄົມຊ່ວຍເຫຼືອ ແລະ ບັນເທົາທຸກນະຄອນຫຼວງວຽງຈັນ ໄດ້ປະກອບສ່ວນຜ້າອັດປາກ-ອັດດັງ ເຈວລ້າງມື ແລະ ອາຫານແຫ້ງຈໍານວນໜຶ່ງ ມູນຄ່າ 2 ລ້ານກີບ ລວມມູນຄ່າທັງໝົດ 9 ລ້ານກີບ. 

    ໂອກາດນີ້ ທ່ານ ພົຈວ ສົມພົງ ຂໍາວິລຸນ ໄດ້ມອບໃບກຽດຕິຄຸນ ພ້ອມສະແດງຄວາມຂອບໃຈທັງສອງພາກສ່ວນທີ່ມອບເຄື່ອງບໍລິໂພກຊຸກຍູ້ໃນຄັ້ງນີ້ ແລະ ຈະນໍາເອົາເຄື່ອງດັ່ງກ່າວໄປບິແບ່ງ ແຈກຢາຍໃຫ້ອ້າຍນ້ອງໃນກ້ອນກຳລັງຢ່າງທົ່ວເຖິິງ.

# ຂ່າວ & ພາບ :  ຂັນທະວີ 

error: Content is protected !!