ໂດຍໄດ້ຮັບການສະໜັບສະໜູນຈາກສະຖານທູດອິນເດຍ ປະຈຳ ສປປ ລາວ ສະຖານທູດລາວປະຈຳອິນເດຍ ສະມາຄົມການຄ້າໄອຊີທີລາວ (LICA) ແລະ ສະພາການຄ້າ-ອຸດສາຫະກຳ ແຫ່ງຊາດລາວ (LNCCI) ດັ່ງນັ້ນ ວັນທີ 12 ພຶດສະພາ 2021 ອົງການສົ່ງເສີມການຄ້າດ້ານໄອຊີທີຂອງອິນເດຍ ສະພາສົ່ງເສີມການສົ່ງອອກຄອມພິວເຕີເອເລັກໂຕຣນິກ ແລະ ຊອບແວ (ESC) ໄດ້ຈັດກອງປະຊຸມສຳມະນາທາງໄກ ກ່ຽວກັບການຮ່ວມມືລະຫວ່າງທຸລະກິດ ກັບ ທຸລະກິດ (B2B) ເພື່ອເປັນການກະຕຸ້ນໃນການເພີ່ມທະວີການຮ່ວມມືໃນຂະແໜງໄອຊີທີ ລະຫວ່າງ ສປປ ລາວ ແລະ ອິນເດຍ.

ໃນໂອກາດດັ່ງກ່າວ ທ່ານ ດິນກ່າ ອາສທານ່າ ເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ ໄດ້ກ່າວຄຳເຫັນໂດຍເນັ້ນໜັກວ່າ: ການເລີ່ມຈັດງານສຳມະນານີ້ ຈະຊຸກຍູ້ການຮ່ວມມືດ້ານໄອທີລະຫວ່າງສອງປະເທດ ເປັນການສົ່ງເສີມການຄ້າດ້ານໄອທີອັນຍາວນານ ແລະ ທ່ານ ບຸນແນມ ຈວງຫອມ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳອິນເດຍ ໄດ້ກ່າວຄຳເຫັນ ໂດຍເນັ້ນໜັກວ່າ: ດ້ວຍຄວາມຊຳນານຂອງອິນເດຍ ແລະ ຮັບຮູ້ຈຸດແຂງໃນການສະໜອງການແກ້ໄຂບັນຫາດ້ານໄອທີໃນທຸກຂະແໜງການ ການປຶກສາຫາລືລະຫວ່າງສອງຝ່າຍ ຈະຊຸກຍູ້ການຄ້າດ້ານໄອທີລະຫວ່າງສອງປະເທດທີ່ມີຄວາມແນ່ນອນຍິ່ງຂຶ້ນ.

ຈາກນັ້ນ ຜູ້ຕາງໜ້າເຂົ້າຮ່ວມກອງປະຊຸມ ໄດ້ຜັດປ່ຽນກັນມີຄຳເຫັນ ເປັນຕົ້ນ:
ຕາງໜ້າຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ໄດ້ຍົກໃຫ້ເຫັນວິໄສທັດຂອງ ສປປ ລາວ ໃນການຂະຫຍາຍການຮ່ວມມືໃນຂະແໜງໄອທີພິເສດ 4 ຂະແໜງ ການບູລິມະສິດທີ່ສຳຄັນເຊັ່ນ: ການສ້າງບຸຄະລາກອນໃນດ້ານໄອຊີທີ ການຄຸ້ມຄອງດິຈິຕອນ ລະບົບອີເລັກໂຕຣນິກດິຈິຕອນ ແລະ ການຈ່າຍເງິນດ້ວຍລະບົບດິຈິຕອນເພື່ອຊຸກຍູ້ເສດຖະກິດຂອງ ສປປ ລາວ.
ຕາງໜ້າສະພາສົ່ງເສີມການສົ່ງອອກຄອມພິວເຕີ ເອເລັກໂຕຣນິກ ແລະ ການສົ່ງອອກຊອບແວ (ESC) ປະເທດອິນເດຍ ໄດ້ຍົກໃຫ້ເຫັນວ່າ: ປະເທດອິນເດຍ ຊອກຫາການລົງທຶນດ້ານການຄ້າໄອທີ ກັບ ສປປ ລາວໃຫ້ມີຄວາມເລິກເຊິ່ງກວ່າເກົ່າ ໄດ້ເຊີນໃຫ້ຄະນະຜູ້ແທນອຸດສາຫະກຳຂອງລາວເຂົ້າຮ່ວມໃນກິດຈະກຳທີ່ສຳຄັນໃນງານຂອງ ESC’s flagship events–INDIASOFT 2022 and IIOT World 2021 ຄາດວ່າຈະໄດ້ຮັບການເປັນເຈົ້າພາບຈັດງານໃນເດືອນກຸມພາປີ 2022 ພາຍໃຕ້ຫົວຂໍ້ການຮັບມືກັບພະຍາດລະບາດ Covid-19
ຕາງໜ້າສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ (LNCCI) ໄດ້ກ່າວຄຳເຫັນ ພ້ອມທັງຊີ້ໃຫ້ເຫັນວ່າ: ງານສຳມະນາ ແລະ ການເນັ້ນປະເດັນດັ່ງກ່າວ ຈະຊ່ວຍໃນການເສີມຂະຫຍາຍສາຍພົວພັນລະຫວ່າງສອງປະເທດ ນຳໄປສູ່ການປັບປຸງການຄ້າໄອທີຂຶ້ນຕື່ມອີກ
ຕາງໜ້າສະມາຄົມການຄ້າໄອຊີທີລາວ (LICA) ໃນບົດກ່າວຄຳເຫັນ ໄດ້ເນັ້ນໜັກວ່າ ໄອທີແມ່ນກະດູກສັນຫຼັງຂອງທຸກຂະແໜງການ ແລະ ການໃຊ້ໃນການເຊື່ອມຕໍ່ອຸດສາຫະກຳ ໂດຍສະເພາະແມ່ນໃນດ້ານທຸລະກິດຂະໜາດນ້ອຍ ແລະ ກາງ (SMEs) ຈະເປັນຂີດໝາຍໃນການສືບຕໍ່ການຄ້າດ້ານໄອທີ ລະຫວ່າງທັງ ສປປ ລາວ ແລະ ອິນເດຍ.
ກອງປະຊຸມສຳມະນາຄັ້ງນີ້ ມີບໍລິສັດລາວ ແລະ ອິນເດຍຫຼາຍກວ່າ 80 ບໍລິສັດຈາກດ້ານໄອທີທີ່ແຕກຕ່າງກັນ ເຊັ່ນ: ເຕັກໂນໂລຊີດ້ານການເງິນ ປັນຍາປະດິດ/ການເກັບຂໍ້ມູນ (Faintish AI)/ block chain) ການວິເຄາະຂໍ້ມູນໃຫຍ່ (Big data analytics) ການຄ້າອີເລັກໂຕຣນິກ (e-commerce) ເຕັກໂນໂລຊີດ້ານການສຶກສາ (Edutech) ໄອທີດ້ານການແພດ ເວບໄຊ ແລະ ໂປຣແກຣມມືຖື ແລະ ການພັດທະນາຊອບແວ ໄດ້ເຂົ້າຮ່ວມລະຫວ່າງທຸລະກິດກັບທຸລະກິດ ກອງປະຊຸມ ໄດ້ສະແດງໃຫ້ເຫັນເຖິງຄວາມກ້າວໜ້າຢ່າງຕື່ນໂຕໄປສູ່ການສະຫຼຸບຂໍ້ສະເໜີກ່ຽວກັບທຸລະກິດໃນແນວທາງໄອທີທີ່ແຕກຕ່າງກັນ ລວມທັງປັນຍາປະດິດ/ ອິນເຕີເນັດ/ ການຄ້າເອເລັກໂຕຣນິກ (AI / IOT / e-commerce) ແລະ ເຕັກໂນໂລຊີອື່ນໆ.
ສູນລາວ-ອິນເດຍ ໄດ້ມີການພັດທະນາໂປຣແກຣມ ແລະ ການເຝິກອົບຮົມຊອບແວ (LI-CESDT) ສູນດັ່ງກ່າວໄດ້ຮັບການເປີດຕົວໃນເດືອນພະຈິກ 2018 ແລະ ມີທີ່ຕັ້ງພາຍໃນວິທະຍາເຂດສະຖາບັນເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານໃນນະຄອນຫຼວງວຽງຈັນ ພາຍໃຕ້ກະຊວງເຕັກໂນໂລຊີ ແລະ ການສື່ສານ ສິ່ງອຳນວຍຄວາມສະດວກລວມມີ 2 ຫ້ອງທົດລອງ (60 PCs) ຫ້ອງບັນຍາຍ ຫ້ອງສະໝຸດ ແລະ ຫ້ອງເຊີບເວີ (Servers) ມາຮອດປັດຈຸບັນ ມີຄູອາຈານ 8 ຄົນຈາກ ສປ ປ ລາວ ໄດ້ຮັບການເຝິກອົບຮົມຢູ່ປະເທດອິນເດຍ ພ້ອມດຽວກັນນັ້ນ ຍັງໄດ້ນຳເອົາຊ່ຽວຊານຊາວອິນເດຍຈາກສູນພັດທະນາຄວາມກ້າວໜ້າດ້ານຄອມພິວເຕີ (C-DAC) ມາເຝິກອົບຮົມໃຫ້ແກ່ພະນັກງານເຈົ້າໜ້າທີ່ລັດຖະບານລາວ ແລະ ຜູ້ເຂົ້າຮ່ວມເອກະຊົນ ນັບຕັ້ງແຕ່ການເປີດນຳໃຊ້ ສູນດັ່ງກ່າວ ໄດ້ຈັດເຝິກອົບຮົມໃຫ້ນັກສຳມະນາກອນທັງໝົດກວ່າ 250 ຄົນ ໃນຫຼັກສູດທີ່ແຕກຕ່າງກັນເຊັ່ນ: ການສື່ສານຂໍ້ມູນ ແລະ ການສ້າງເຄືອຂ່າຍ ເຕັກໂນໂລຊີຂໍ້ມູນຂ່າວສານ ຄວາມກ້າວໜ້າເຕັກໂນໂລຊີເວບໄຊ ການເຂົ້າໃຈດ້ານການລັກຂໍ້ມູນ (ethical hacking) ແລະ ການເປີດປ່ຽນອື່ນໆຈາກອົງການຈັດຕັ້ງຕ່າງໆຂອງ ສປ ປ ລາວ ລວມທັງພະນັກງານເຈົ້າໜ້າທີ່ລັດຖະບານ ສູນດັ່ງກ່າວ ຍັງມີຫຼັກສູດສອນອອນລາຍທາງອິນເຕີເນັດ ໃນການເກັບກຳຂໍ້ມູນໃຫຍ່ (Big Data Block Chain) ປັນຍາປະດິດ (Artificial Intelligence). ກິດຈະກຳດັ່ງກ່າວ ໄດ້ສະແດງໃຫ້ເຫັນຄວາມກະຕືລືລົ້ນຈາກສະມາຄົມອຸດສາຫະກຳ ແລະ ບໍລິສັດໄອທີຂອງທັງ ສປປ ລາວ-ອິນເດຍ ເພື່ອການຮ່ວມມືທີ່ມີຄວາມປະສົບຜົນສຳເລັດ ແລະ ເກີດດອກອອກຜົນໃນອະນາຄົດ.
# ຂ່າວ & ພາບ : ວຽງມາ