ສືບຕໍ່ປະຕິບັດຄຳສັ່ງເລກທີ 06/ນຍ ໃຫ້ເຂັ້ມງວດ ເພື່ອຕົນເອງ ແລະ ເພື່ອທຸກຄົນ

    ຜົນການຈັດຕັ້ງປະຕິບັດຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ ລົງວັນທີ 29 ມີນາ 2020 ນັບແຕ່ວັນທີ 1 ເມສາ ເປັນຕົ້ນມາ ໂດຍລວມ ແມ່ນທົ່ວສັງຄົມມີການຈັດຕັ້ງປະຕິບັດເອກະພາບ ມີລະບຽບວິໄນ ເຮັດໃຫ້ຕົວເລກຜູ້ຕິດເຊື້ອຈຳນວນໜຶ່ງໄດ້ຮັບການປິ່ນປົວດີ ບໍ່ມີຜູ້ຕິດເຊື້ອເພີ່ມຕື່ມເປັນເວລາ 5 ວັນຕິດຕໍ່ກັນ (14-17 ເມສາ 2020). 

    ຜົນງານດັ່ງກ່າວ ຕ້ອງສະແດງຄວາມຂອບໃຈມາຍັງທຸກຄົນໃນສັງຄົມ ທີ່ມີຄວາມຕື່ນຕົວປະຕິບັດຕາມຄຳສັ່ງ ໂດຍສະເພາະອໍານາດການປົກຄອງແຕ່ລະບ້ານ ໄດ້ເປັນເຈົ້າການຄຸ້ມຄອງລູກບ້ານຂອງຕົນເອງໄດ້ເປັນຢ່າງດີ ແຕ່ຍ້ອນສະພາບການລະບາດຂອງພະຍາດໂຄວິດ-19 ຍັງສືບຕໍ່ມີຄວາມສ່ຽງ ແລະ ເປັນສິ່ງທ້າທາຍຈຳນວນບໍ່ໜ້ອຍໃຫ້ແກ່ປະເທດເຮົາ. ເພາະສະນັ້ນ ພວກເຮົາຈະຕ້ອງໄດ້ສືບຕໍ່ປະຕິບັດຄຳສັ່ງຂອງທ່ານນາຍົກລັດຖະມົນຕີສະບັບເລກທີ 06/ນຍ ລົງວັນທີ 29 ມີນາ 2020 ໄປຕື່ມອີກຈົນຮອດວັນທີ 3 ພຶດສະພາ 2020 ກໍຄືປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 481/ຫສນຍ ລົງວັນ 15 ເມສາ 2020 ຢ່າງເຄັ່ງຄັດ.

    ໃນນັ້ນແມ່ນໃຫ້ສືບຕໍ່ເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດມາດຕະການຕ່າງໆທີ່ກຳນົດໃນຄຳສັ່ງເລກທີ 06/ນຍ ເຊິ່ງຍັງເຫັນວ່າ ຜ່ານມາພາກສ່ວນຕ່າງໆຍັງບໍ່ທັນໄດ້ປະຕິບັດໄດ້ດີເທົ່າທີ່ຄວນ ເປັນຕົ້ນແມ່ນມາດຕະການຫ້າມອອກຈາກເຮືອນ ຫຼື ບ່ອນພັກອາໄສ ຫ້າມໄປເຂດທີ່ມີຄວາມສ່ຽງໃນການຕິດເຊື້ອ ສ່ວນການໄປເຮັດການຜະລິດກະສິກຳ ໄປນາໄປສວນ ແລະ ໄປທຳມາຫາກິນຂອງປະຊາຊົນແມ່ນສາມາດໄປໄດ້ ແຕ່ໃຫ້ອໍານາດການປົກຄອງບ້ານເປັນຜູ້ຄຸ້ມຄອງຢ່າງຮັດກຸມ ເພື່ອຫຼີກລ່ຽງຄວາມສ່ຽງໃນການຕິດເຊື້ອ. 

    ນອກນັ້ນ ມາດຕະການຫ້າມຊຸມແຊວທີ່ມີຈຳນວນຄົນເກີນ 10 ຄົນຂື້ນໄປ ແລະ ການຈັດງານທຸກປະເພດ ກໍຍັງມີການລະເມີດຢູ່. ຄະນະສະເພາະກິດ ບັນດາຂະແໜງການທີ່ກ່ຽວຂ້ອງ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດ ຈົ່ງເອົາໃຈໃສ່ເປັນພິເສດ ຕໍ່ການຈັດຕັ້ງປະຕິບັດບັນດາບາງວຽກງານຈຳນວນໜຶ່ງ ຕາມທີ່ໄດ້ລະບຸໄວ້ໃນຄຳສັ່ງນາຍົກລັດຖະມົນຕີ ສະບັບ ເລກທີ 06/ນຍ ແຈ້ງເພີ່ມຕື່ມໃຫ້ການຈັດຕັ້ງປະຕິບັດຄຳສັ່ງດັ່ງກ່າວຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 461/ຫສນຍ ລົງວັນທີ 8 ເມສາ 2020 ແລະ ນິຕິກຳແນະນຳຂອງຄະນະສະເພາະກິດ ແລະ ຂະແໜງ ການທີ່ກ່ຽວຂ້ອງວາງອອກໃນໄລຍະຜ່ານມາ ເຊັ່ນ: ວຽກງານການຄຸ້ມຄອງລາຄາສິນຄ້າ ວຽກງານການສົ່ງເສີມການຜະລິດກະສິກຳເປັນສິນຄ້າ ໂດຍສະເພາະການຜະລິດສະບຽງອາຫານ ວຽກງານຂົນສົ່ງສິນຄ້າຜ່ານແດນ ແລະ ຂົນສົ່ງສິນຄ້າລະຫວ່າງແຂວງຕໍ່ແຂວງ ເມືອງຕໍ່ເມືອງ ວຽກງານຄຸ້ມຄອງແຮງງານທີ່ກັບມາຈາກຕ່າງປະເທດ ແລະ ວຽກງານໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ເພື່ອຕອບໂຕ້ ແລະ ຕີຖອຍຂ່າວລວງ ຂ່າວລື ຂ່າວອະກຸສົນ ແລະ ຂ່າວປັ່ນປ່ວນໃຫ້ທັນການ ທົ່ວເຖິງ ແລະ ມີຜົນສຳເລັດ. 

    ທົ່ວສັງຄົມ ຈົ່ງເຂົ້າຮ່ວມປະຕິບັດຄຳສັ່ງເລກທີ 06/ນຍ ຢ່າງເຄັ່ງຄັດ ເປັນຮູບປະທຳໃນຂອບເຂດທົ່ວປະເທດ ທັງໝົດນັ້ນແມ່ນແນໃສ່ໃຫ້ປະຊາຊົນ ແລະ ປະເທດຊາດເຮົາຫຼຸດພົ້ນອອກຈາກສະພາບການລະບາດຂອງພະຍາດໂຄວິດ-19 ໂດຍໄວ. 

    ຮັກຄອບຄົວ ຮັກປະເທດຊາດ ຕ້ອງຢຸດການແຜ່ເຊື້ອພະຍາດໂຄວິດ-19 ດ້ວຍການປະຕິບັດຄຳສັ່ງຂອງຂັ້ນເທິງວາງອອກຢ່າງມີຜົນສັກສິດ. 

ໂດຍ:ລູກເຂົ້າໜຽວ

error: Content is protected !!