ມາດຕະການເລີ່ມເຫັນຜົນ ບໍ່ມີຄົນຕິດເຊື້ອໂຄວິດເພີ່ມໃນລາວເປັນວັນທີ 5 ແລ້ວ

    ວັນ​ທີ 17 ເມ­ສາ 2020 ທີ່​ສູນ​ປະ­ຕິ­ບັດ​ງານ​ຄະ­ນະ​ສະ­ເພາະ​ກິດ ຄວບ​ຄຸມ­ພະ​ຍາດ​ອັກ­ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຮກ​ສາຍ​ພັນ​ໃໝ່ (COVID-19) ທ່ານ ພູ­ທອນ ເມືອງ​ປາກ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ທັງ​ເປັນ​ຜູ້​ປະ­ຈຳ­ການ​ຄະ­ນະ​ສະ­ເພາະ​ກິດ​ໃຫ້​ຮູ້​ວ່າ: ການ​ເຝົ້າ​ລະ­ວັງ COVID-19 ຢູ່ ສປປ ລາວ ຮອດ 17 ໂມງ​ແລງ​ຂອງ​ວັນ​ທີ 16 ເມ­ສາ 2020 ມີ​ຈຳ­ນວນ​ຜູ້​ເດີນ­ທາງ​ເຂົ້າ​ມາ​ທັງ​ໝົດ 1.110 ຄົນ ຜູ້​ເດີນ­ທາງ​ຜ່ານ​ດ່ານ​ລາວ-ໄທ ທັງ​ໝົດ 395 ຄົນ ໃນ​ນັ້ນ ມີ­ແຮງ​ງານ​ລາວ​ທີ່​ກັບ​ມາ​ແຕ່​ໄທ 5 ຄົນ ເຫຼືອ​ນັ້ນ​ແມ່ນ​ພະ­ນັກ­ງານ​ຂັບ​ລົດ​ບັນ­ທຸກ​ຂົນ​ສິນ­ຄ້າ ຜ່ານ​ດ່ານ​ລາວ-ຈີນ ທັງ​ໝົດ 240 ຄົນ ທັງ​ໝົດ​ແມ່ນ​ພະ­ນັກ­ງານ​ຂັບ​ລົດ​ບັນ­ທຸກ​ຂົນ​ສິນ­ຄ້າ ຜ່ານ​ດ່ານ​ລາວ-ຫວຽດ ທັງ​ໝົດ 475 ຄົນ ທັງ​ໝົດ​ແມ່ນ​ພະ­ນັກ­ງານ​ຂັບ​ລົດ​ບັນ­ທຸກ​ຂົນ​ສິນ­ຄ້າ  ແລະ  ຜູ້​ເດີນ­ທາງ​ຜ່ານ​ສະ­ໜາມ​ບິນ 00 ຄົນ ໃນ​ທຸກ​ດ່ານ​ແມ່ນ​ໄດ້​ກວດ​ວັດ​ອຸນ­ຫະ­ພູມ​ຮ່າງ­ກາຍ ແລະ ບໍ່​ມີ​ຄົນ​ເປັນ­ໄຂ້.

    ສະ­ເພາະ​ວັນ​ທີ 16 ເມ­ສາ 2020 ໄດ້​ເກັບ​ຕົວ­ຢ່າງ​ມາ​ກວດ​ທັງ​ໝົດ 10 ຄົນ ໃນ​ນີ້ ມີ​ນະ­ຄອນ­ຫຼວງ​ວຽງ​ຈັນ 8 ຄົນ ແລະ ສະ­ຫວັນ​ນະ​ເຂດ 2 ຄົນ ເຊິ່ງ​ແມ່ນ​ແຮງ​ງານ​ລາວ​ທີ່​ກັບ​ມາ​ແຕ່​ໄທ ຜົນ​ກວດ​ທັງ​ໝົດ 10 ກໍ­ລະ­ນີ ບໍ່​ພົບ​ເຊື້ອ ໝາ­ຍວ່າ​ໃນ​ວັນ​ທີ 16 ເມ­ສາ 2020 ບໍ່​ມີ​ກໍ­ລະ­ນີ​ໃໝ່.

    ນັບ​ແຕ່​ເດືອນ​ມັງ­ກອນ ຮອດ​ວັນ​ທີ 16 ເມ­ສາ 2020 ໄດ້​ເກັບ​ຕົວ­ຢ່າງ​ມາ​ກວດ​ທັງ​ໝົດ ມີ 1.291 ຄົນ ກວດ​ພົບ​ເຊື້ອ​ທັງ​ໝົດ 19 ຄົນ (05 ມື້​ແລ້ວ​ທີ່​ບໍ່​ມີ​ຜູ້​ຕິດ­ເຊື້ອ) ຈຳ­ນວນ​ຜູ້​ສຳ­ຜັດ​ໃກ້­ຊິດ​ທັງ​ໝົດ​ທີ່​ໄດ້​ຕິດ­ຕາມ​ແຕ່​ວັນ​ທີ 9 ມີ­ນາ – 16 ເມ­ສາ 2020 ມີ​ທັງ​ໝົດ 313 ຄົນ ໝົດ​ກຳ­ນົດ​ຕິດ­ຕາມ​ທັງ​ໝົດ 260 ຄົນ ຍັງ​ສືບ­ຕໍ່​ຕິດ­ຕາມ​ທັງ​ໝົດ 53 ຄົນ ໃນ​ນີ້ ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ 27 ຄົນ (ໃນ​ນັ້ນ 14 ຄົນ ແມ່ນ​ຕິດ­ຕາມ​ຢູ່​ບ້ານ ແລະ ອີກ 13 ຄົນ​ແມ່ນ​ຕິດ­ຕາມ​ຢູ່​ໂຮງ­ໝໍ 103) ແຂວງ ໄຊ​ສົມ­ບູນ 26 ຄົນ (ທັງ​ໝົດ​ຕິດ­ຕາມ​ຢູ່​ແຄັມ​ພູ​ຄຳ)

    ສຳ­ລັບ​ການ​ຕິດ­ຕາມ​ສະ­ຖານ­ທີ່​ຈຳ­ກັດ​ບໍ­ລິ­ເວນ ແລະ ຜູ້​ຈຳ­ກັດ​ບໍ­ລິ­ເວນ​ຢູ່​ເຮືອນ​ໃນ​ທົ່ວ​ປະ­ເທດ ເລີ່ມ​ແຕ່​ວັນ​ທີ 20 ມີ­ນາ 2020 ມີ­ແຮງ​ງານ​ລາວ​ຈຳ­ນວນ​ຫຼວງ­ຫຼາຍ​ຈາກ​ປະ­ເທດ​ໄທ​ໄດ້​ກັບ­ເຂົ້າ​ມາ​ລາວ​ຕາມ​ຈຸດ​ຜ່ານ​ແດນ​ຕ່າງໆ ມີ​ທັງ​ໝົດ 113.404 ຄົນ ອຳ­ນາດ​ການ​ປົກ­ຄອງ​ໄດ້​ມີ​ການ​ຈັດ​ກຽມ​ສະ­ຖານ­ທີ່​ຈຳ­ກັດ​ບໍ­ລິ­ເວນ​ໃນ​ແຕ່​ລະ​ເມືອງ ກຸ່ມ​ບ້ານ​ທົ່ວ​ປະ­ເທດ ມີ 2.142 ສູນ ເຊິ່ງ​ຮອງ​ຮັບ​ແຮງ​ງານ​ທັງ​ໝົດ 68.534 ຄົນ ແລະ ໄດ້​ຈຳ­ກັດ​ບໍ­ລິ­ເວນ​ຕົນ​ເອງ​ຢູ່​ເຮືອນ 44.870 ຄົນ ມາ​ຮອດ​ວັນ​ທີ 16 ເມ­ສາ 2020 ທົ່ວ​ປະ­ເທດ​ຍັງ​ມີ 1.483 ສູນ ມີ​ຜູ້​ຈຳ­ກັດ​ບໍ­ລິ­ເວນ​ຢູ່​ສູນ 41.105 ຄົນ ຈຳ­ກັດ​ບໍ­ລິ­ເວນ​ຢູ່​ເຮືອນ 14.298 ຄົນ ເກັບ​ຕົວ­ຢ່າງ​ມາ​ກວດ​ວິ­ເຄາະ​ຫາ​ເຊື້ອ ມີ​ທັງ​ໝົດ 119 ຄົນ ທັງ​ໝົດ​ບໍ່​ພົບ​ເຊື້ອ.

    ປັດ­ຈຸ­ບັນ ຍັງ​ມີ​ຜູ້​ຕິດ­ເຊື້ອ​ນອນ​ຢູ່​ໂຮງ­ໝໍ 17 ຄົນ ໃນ​ນີ້​ຈຳ­ນວນ 3 ຄົນ​ຢູ່​ໂຮງ­ໝໍ​ແຂວງ​ຫຼວງ​ພະ​ບາງ ເຫັນ​ວ່າ​ມີ​ອາ­ການ​ຄົງ​ຕົວ​ຂັ້ນ​ເບົາ­ບາງ ຍັງ​ຕິດ­ຕາມ​ການ​ກວດ​ຫາ​ເຊື້ອ​ເພື່ອ​ຢັ້ງ­ຢືນ ແລະ ຈຳ­ນວນ 14 ຄົນ​ຢູ່​ໂຮງ­ໝໍ​ມິດ­ຕະ­ພາບ ທັງ​ໝົດ​ເຫັນ​ວ່າ​ມີ​ອາ­ການ​ເບົາ­ບາງ ແລະ ຍັງ​ຕິດ­ຕາມ​ການ​ກວດ​ຫາ​ເຊື້ອ​ເພື່ອ​ຢັ້ງ­ຢືນ ເຖິງ​ວ່າ​ສະ­ພາບ​ການ​ຕິດ­ເຊື້ອ​ຢູ່​ປະ­ເທດ​ຂອງ​ເຮົາ​ໄດ້​ເວັ້ນ​ໄລ­ຍະ​ຫ່າງ​ມາ​ໄດ້ 5 ວັນ​ແລ້ວ ຜູ້​ຕິດ­ເຊື້ອ​ປິ່ນ­ປົວ​ຢູ່​ໂຮງ­ໝໍ​ກໍ​ໄດ້​ອອກ​ໂຮງ­ໝໍ 2 ຄົນ​ແລ້ວ ແຕ່​ຄະ­ນະ​ສະ­ເພາະ​ກິດ​ຈະ​ບໍ່​ໄດ້​ລົດ​ລະ​ການ​ເຝົ້າ​ລະ­ວັງ ຕິດ­ຕາມ​ຄົ້ນ​ຫາ​ຜູ້​ສົງ­ໄສ​ທີ່​ຈະ​ຕິດ­ເຊື້ອ ເພື່ອ​ມາ​ກວດ​ວິ­ເຄາະ ຢັ້ງ­ຢືນ​ພະ­ຍາດ​ໃຫ້​ໄດ້​ໄວ ແລະ ປິ່ນ­ປົວ​ຢ່າງ​ທັນ​ການ.

error: Content is protected !!