ວັນທີ 17 ເມສາ 2020 ໂຄງການແບ່ງປັນນ້ຳໃຈ ຕ້ານໄພCOVID-19 ສືບຕໍ່ມອບເຄື່ອງອຸປະໂພກ-ບໍລິໂພກຊ່ວຍເຫຼືອໃຫ້ເມືອງໄຊເຊດຖາ ໂດຍການມອບຂອງທ່ານ ສັງຄົມ ຈັນສຸກ ປະທານສະພາການຄ້າ ແລະ ອຸດສາຫະກຳນະຄອນຫຼວງວຽງຈັນ ຕາງໜ້າຮັບຂອງທ່ານ ພຸດທະພອນ ໂຄດປັນຍາ ຮອງເຈົ້າເມືອງໄຊເສດຖາ ມີນາຍບ້ານ ແລະ ໜ່ວຍງານກ່ຽວຂ້ອງເຂົ້າຮ່ວມ.

ເຄື່ອງທີ່ນຳມອບຊ່ວຍເຫຼືອຄັ້ງນີ້ ມີທັງໝົດ 100 ຊຸດ ມູນຄ່າ 60.000.000 ກີບ ເພື່ອໃຫ້ເມືອງມອບຕໍ່ໃຫ້ 48 ບ້ານໃນທົ່ວເມືອງ ໂດຍແບ່ງໃຫ້ບ້ານໆລະ 20 ຊຸດ ກອງບັນຊາການ ປກສ-ປກຊ ພາກສ່ວນລະ 10 ຊຸດ ແລະ ແຈກຢາຍໃຫ້ພະນັກງານຫ້ອງການຕ່າງໆຜູ້ທີ່ມີຄວາມຈຳເປັນ 20 ຊຸດ.

ໂອກາດນີ້ ທ່ານຮອງເຈົ້າເມືອງ ໄດ້ສະແດງຄວາມຂອບໃຈຕໍ່ໂຄງການແບ່ງປັນນ້ຳໃຈຕ້ານໄພໂຄວິດ-19 ພ້ອມທັງມອບເຄື່ອງດັ່ງກ່າວໃຫ້ກັບນາຍບ້ານ ເພື່ອໄປແຈກຢາຍໃຫ້ກັບຄອບຄົວທີ່ມີຄວາມຫຍຸ້ງຍາກ ຂາດເຂີນ ໃນໄລຍະທີ່ມີການລະບາດເຊື້ອພະຍາດຈຸລະໂຣກສາຍພັນໃໝ່ (COVID-19).