ການປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ເມືອງຫົງສາ ແຂວງໄຊຍະບູລີ ແມ່ນວຽກງານໜຶ່ງທີ່ການນຳຂອງເມືອງໄດ້ເອົາໃຈໃສ່ຊີ້ນຳ ແລະ ຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ໂດຍສະເພາະໄດ້ເນັ້ນໃຫ້ທຸກພາກສ່ວນເອົາໃຈໃສ່ຢ່າງເຂັ້ມງວດສໍາລັບການແຜ່ລະບາດຮອບ 2 ນີ້.

ທ່ານ ແຫຼ້ ອ່ອນສົມບູນ ຮອງເຈົ້າເມືອງຫົງສາ ຮອງຫົວໜ້າຄະນະສະເພາະກິດປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຂັ້ນເມືອງ ໃຫ້ສຳພາດວັນທີ 12 ພຶດສະພາ 2021 ວ່າ: ສໍາລັບການຈັດຕັ້ງປະຕິບັດວຽກງານຕົວຈິງ ພາຍຫຼັງທີ່ໄດ້ຮັບແຈ້ງການ ແລະ ນິຕິກຳຕ່າງໆຈາກຂັ້ນສູນກາງ ແລະ ຂັ້ນແຂວງແລ້ວ ກໍໄດ້ຮີບຮ້ອນປະຊຸມຄະນະປະຈຳພັກເມືອງ ເພື່ອປຶກສາຫາລື ຄົ້ນຄວ້າຄໍາສັ່ງແນະນໍາຂອງຂັ້ນເທິງ ໂດຍໄດ້ອອກຂໍ້ຕົກລົງຂອງເຈົ້າເມືອງ ສະບັບເລກທີ 169/ຈມ.ຫສ ລົງວັນທີ 21 ເມສາ 2021 ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດເພື່ອປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ-19 ຂັ້ນເມືອງ ແລະ ແຕ່ງຕັ້ງກອງເລຂາປະຈຳການທຸກວັນ ເຊິ່ງຄະນະດັ່ງກ່າວເຮັດໜ້າທີ່ໃນການກວດກາຄົນເຂົ້າ-ອອກ ການເຄື່ອນໄຫວຂອງພົນລະເມືອງ ໂຄສະນາຜ່ານສື່ຕ່າງໆ ຕິດຕາມຄົນທີ່ເຂົ້າກັກກັນໃນສູນ ແລະ ນອກສູນ ອອກໃບຢັ້ງຢືນການເດີນທາງເຂົ້າ-ອອກຂອງພົນລະເມືອງທີ່ມີຄວາມຈໍາເປັນໄປຕ່າງເມືອງ ຕ່າງແຂວງ ພ້ອມທັງອອກໃບຢັ້ງຢືນຕິດຕາມພະຍາດຄົບ 14 ວັນ ໄດ້ຕັ້ງສູນກັກກັນ ໂດຍກຳນົດເອົາໂຮງຮຽນປະຖົມຫົງສາຫຼັງເກົ່າ ເປັນສູນກັກກັນ ເຊິ່ງໄລຍະຜ່ານມາ ມີຜູ້ກັກກັນຕົນເອງ 66 ຄົນ ຍິງ 20 ຄົນ ໃນນີ້ມີຜູ້ກັກກັນຕົວຄົບ 14 ວັນ ແລະ ອອກສູນແລ້ວ 53 ຄົນ ຍິງ 18 ຄົນ ປັດຈຸບັນຍັງກັກຕົວໃນສູນ 13 ຄົນ ຍິງ 2 ຄົນ ຕັ້ງຈຸດກວດກາຄົນເຂົ້າ-ອອກຢູ່ 4 ຈຸດບ່ອນທີ່ມີຄວາມສ່ຽງ ລາຍງານສະພາບການຕ່າງໆໃນແຕ່ລະວັນໃຫ້ຄະນະສະເພາະກິດຂັ້ນແຂວງ ແລະ ຂໍທິດຊີ້ນຳຈາກຂັ້ນເທິງເປັນປະຈໍາ ໄດ້ປິດໂຮງຮຽນຕັ້ງແຕ່ໂຮງຮຽນລ້ຽງເດັກ ຮອດໂຮງຮຽນມັດທະຍົມຕອນປາຍ ພ້ອມທັງສືບຕໍ່ປິດຮ້ານກິນ-ດື່ມ ຮ້ານບັນເທີງ ຮ້ານນວດ ແລະ ງານຊຸມນຸມຕ່າງໆ ເປັນຕົ້ນງານດອງ ງານຂຶ້ນເຮືອນໃໝ່ ແລະ ອື່ນໆ ທີ່ມີຜູ້ເຂົ້າຮ່ວມຈຳນວນຫຼາຍ ຄືກັບມາດຕະການຂອງສູນກາງ ຂອງແຂວງວາງອອກ.
ເມືອງຫົງສາ ໄດ້ຮັບວັກແຊັງຈາກລັດຖະບານ 4.865 ໂດສ ໃນນີ້ເປັນຊີໂນຟາມ 4.165 ໂດສ ແອຊຕາຊີນີກາ 700 ໂດສ ໄດ້ສັກໃຫ້ກຸ່ມເປົ້າໝາຍ ແລະ ປະຊາຊົນແລ້ວ 2.349 ຄົນ ໄດ້ຊຸກຍູ້ແພດໝໍ ເຮັດໜ້າທີ່ວຽກງານຂອງຕົນຢ່າງເປັນຂະບວນການ ພິເສດໃນຂະນະທີ່ພົບກັບວິກິດດັ່ງກ່າວ ພວກເຮົາກໍໄດ້ຮັບການຊ່ວຍເຫຼືອປະກອບສ່ວນເປັນວັດຖຸ-ປັດໃຈ ຈາກບໍລິສັດ ຫ້າງຮ້ານ ທຸລະກິດ ພະນັກງານ ແລະ ປະຊາຊົນບັນດາເຜົ່າພາຍໃນເມືອງ ໂດຍພື້ນຖານແລ້ວປະຊາຊົນພາຍໃນເມືອງ ໄດ້ປະຕິບັດບັນດາມາດຕະການຢ່າງເຂັ້ມງວດ ດ້ວຍການເປັນເຈົ້າການ ເຮັດໃຫ້ເມືອງຫົງສາມີຄວາມປອດໄພຈາກການລະບາດຂອງພະຍາດດັ່ງກ່າວ ພ້ອມນີ້ທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ປົກຄອງ ເອົາໃຈໃສ່ຊີ້ນໍາໃຫ້ລູກຫຼານຂອງຕົນໄດ້ຄົ້ນຄວ້າຮໍ່າຮຽນດ້ວຍຕົນເອງ ພ້ອມທັງຈໍາກັດບໍລິເວນຢູ່ເຮືອນ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນຕິດຕາມຂໍ້ມູນຂ່າວສານຈາກທາງການ ແລະ ຮັບຂ່າວຢ່າງມີສະຕິ ເອົາໃຈໃສ່ປ້ອງກັນຕົນເອງ ລູກຫຼານໃຫ້ປອດໄພ ແລະ ບໍ່ໃຫ້ຢ້ານກົວເກີນໄປ ແຕ່ໃຫ້ມີສະຕິ ແລະ ບໍ່ປະໝາດ ເອົາໃຈໃສ່ສ້າງເສດຖະກິດຄອບຄົວ ປູກພືດ ລ້ຽງສັດ ເພື່ອບໍລິໂພກໃນຄົວເຮືອນ ເພື່ອປ້ອງກັນການຂາດອາຫານ.
# ຂ່າວ & ພາບ : ສະບາໄພ