ເພື່ອສືບຕໍ່ສະໜັບສະໜູນລັດຖະບານ ສປປ ລາວ ໃນການຕອບໂຕ້ພະຍາດໂຄວິດ-19 ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA ) ແລະ ສູນກາງຊາວໜຸ່ມ ປປ ລາວ (LYU) ໄດ້ໃຫ້ການບໍລິການໂທລະສັບສາຍດ່ວນ ເພື່ອໃຫ້ຄໍາປຶກສາກ່ຽວກັບສຸຂະພາບຈິດ ແລະ ສະພາບຈິດໃຈແກ່ໄວຈະເລີນພັນ ແລະ ຊາວໜຸ່ມ ທັ້ງນີ້ກໍເພື່ອສົ່ງເສີມໃຫ້ຊາວໜຸ່ມຮ່ວມມືກັນໃນການຕອບໂຕ້ພະຍາດໂຄວິດ 19.

ໃນວັນທີ 13 ພຶດສະພາ 2021 ອົງການ UNFPA ປະຈໍາ ສປປ ລາວ ໄດ້ມອບອຸປະກອນໃຫ້ແກ່ສູນກາງຊາວໜຸ່ມ ປປ ລາວ ເພື່ອປ້ອງກັນການແຜ່ລະບາດພະຍາດໂຄວິດ-19 ໃນໄວໜຸ່ມ ຕາງໜ້າມອບໂດຍທ່ານນາງ ມາຣຽມ ຄານ ຜູ້ຕາງໜ້າຂອງອົງການ UNFPA ປະຈຳ ສປປ ລາວ ຕາງໜ້າຮັບໂດຍທ່ານ ອາລຸນໄຊ ສູນນະລາດ ເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ .

ອຸປະກອນທີ່ນຳມາມອບໃນຄັ້ງນີ້ ຈະຊ່ວຍໃນການປ້ອງກັນພະນັກງານທີ່ເຮັດວຽກຢູ່ໃນ 18 ແຂວງ ເຊິ່ງ ປະກອບມີ ຜ້າອັດປາກ 400 ກັບ ນໍ້າຢາຂ້າເຊື້ອເພື່ອລ້າງມື 200 ຂວດ ແລະ ເຄື່ອງວັດແທກອຸນຫະພູມຮ່າງການ 50 ເຄື່ອງ ບັນດາອຸປະກອນນີ້ ຈະຖືກແຈກຢາຍໃຫ້ແກ່ສູນຊາວໜຸ່ມແຕ່ລະແຫ່ງທີ່ຢູ່ແຂວງຕ່າງໆ ແລະ ເຂດຫ່າງໄກສອກຫຼີກ ເຖິງແມ່ນວ່າທາງສູນກາງຊາວໜຸ່ມໄດ້ສືບຕໍ່ປະຕິບັດມາດຕະການປິດເມືອງຂອງລັດຖະບານຢ່າງເຄັ່ງຄັດ ແຕ່ຈະມີບາງໜ້າວຽກສໍາຄັນທີ່ຮຽກຮ້ອງໃຫ້ພະນັກງານຂອງສູນກາງຊາວໜຸ່ມສືບຕໍ່ປະຕິບັດງານໃນນອກສະຖານທີ່.

ທ່ານ ອາລຸນໄຊ ສູນນະລາດ,ເລຂາທິການສູນກາງຊາວໜຸ່ມລາວ ໄດ້ກ່າວວ່າ: ຂໍສະແດງຄວາມຂອບໃຈມາຍັງອົງການ UNFPA ຕໍ່ກັບການປະກອບສ່ວນນີ້ ເພື່ອສົ່ງເສີມໃຫ້ຊາວໜຸ່ມເປັນຈຸດສູນກາງໃນການຕອບໂຕ້ພະຍາດໂຄວິດ-19 ໜ້າວຽກຂອງພວກເຮົາຍັງຄົງສືບຕໍ່ທ່າມກາງການລະບາດຂອງພະຍາດດັ່ງກ່າວ ການທີ່ມີອຸປະກອນປ້ອງກັນທີ່ພຽງພໍ ຈະຊ່ວຍປົກປ້ອງພະນັກງານ ແລະ ອາສາສະໝັກຂອງພວກເຮົາຈາກເຊື້ອໂລກນີ້ໄດ້ ບັນດາອຸປະກອນ ຈະຊ່ວຍໃຫ້ພວກເຂົາມີຄວາມປອດໄພ ສາມາດສືບຕໍ່ໃຫ້ບໍລິການ ແລະ ຕອບສະໜອງຕໍ່ຄວາມຕ້ອງການຂອງໄວໜຸ່ມຢ່າງເຕັມທີ່
# ຂ່າວ & ພາບ : ເພັດສະໝອນ