ຄະນະສະເພາະກິດ ຄວບຄຸມ ເພື້ອປ້ອງກັນ ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ຈັດພິທີ ມອບ-ຮັບ ຜູ້ກັກກັນຕົວຊົ່ວຄາວຢູ່ສູນດອນສະຫວ່າງ ຄືນໃຫ້ອຳນາດການປົກຄອງບ້ານເພື່ອໃຫ້ກັບຄືນໄປຢູ່ນຳຄອບຄົວ ວັນທີ 13 ພຶດສະພາ 2021 ຢູ່ທີ່ສູນດັ່ງກ່າວ ມີທ່ານ ບຸນເພັງ ສີນະວົງພອນ ເຈົ້າເມືອງຫາດຊາຍຟອງ ພ້ອມດ້ວຍຄະນະສະເພາະກິດ ຄວບຄຸມ ເພື້ອປ້ອງກັນ ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ 19 ຂັ້ນເມືອງຫາດຊາຍຟອງ ແລະ ບ້ານເຂົ້າຮ່ວມ

ທ່ານ ບຸນນາໄລ ສີຫາກຸນ ຫົວໜ້າຫ້ອງການສາທາລະນະສຸກ ເມືອງຫາດຊາຍຟອງ ໄດ້ລາຍງານໃຫ້ຮູ້ຕໍ່ການປະຕິບັດການປ້ອງກັນ ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ເມືອງຫາດຊາຍຟອງ ເນື່ອງຈາກວ່າຜູ້ທີ່ເຂົ້າຮັບກັກຕົວນັ້ນ ແມ່ນໄດ້ປະຕິບັດ ແລະ ຮັບການກວດຫາເຊື້ອພະຍາດໂຄວິດ 19 ຢ່າງລະອຽດດີ ຈາກທີມແພດໝໍ ເປັນຕົ້ນແມ່ນໄດ້ວັດແທກອຸນຫະພູນ ຕິດຕາມ ແລະ ກວດສຸຂະພາບ ເພື່ອກັ່ນຕອງກໍລະນີສົງໄສ ພ້ອມທັງໃຫ້ຂໍ້ມູນຄວາມຮູ້ ເສັ້ນທາງຕິດຕໍ່ຂອງເຊື້ອພະຍາດ ແລະ ແນະນຳວິທີປ້ອງກັນ ໃຫ້ສຸຂະສຶກສາ ການຮັກສາອານາໄມສ່ວນບຸກຄົນ ດ້ວຍການໃສ່ຜ້າປິດປາກ ລ້າງມື ຮັກສາໄລຍະຫ່າງ ຕ່າງໆ ຕາມຄຳແນະນຳຂອງແພດສັ່ງ ນອກນັ້ນ ຍັງໄດ້ຕອບສະໜອງອຸປະກອນທີ່ຈຳເປັນໃນການຮັບໃຊ້ວຽກງານປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ທີມແພດໝໍ ປັດຈຸບັນ ຜູ້ທີ່ເຂົ້າຮັບການກັກຕົວເພື່ອຕິດຕາມ ຢູ່ສູນດັ່ງກ່າວ ເຊີ່ງລວມມີທັງໝົດ 29 ຄົນ ຍິງ 7 ຄົນ ໃນນັ້ນ ກໍລະນີສຳຜັດກັບຜູ້ຕິດເຊື້ອ 3 ຄົນ ແຮງງານເດີນທາງມາຈາກຕ່າງແຂວງ 20 ຄົນ ຍີງ 7 ຄົນ ເປັນພະນັກງານທີ່ສະໝັກໃຈເຂົ້າຈຳກັດບໍລິເວນເພື່ອຕິດຕາມ 6 ຄົນ ນຳສົ່ງສູນຈຳກັດສະຖານທີ່ນະຄອນຫຼວງ ຫຼັກ 27 ຈຳນວນ 3 ຄົນ ປັດຈຸບັນຍັງມີໜ້າຢູ່ສູນ 26 ຄົນ ຍິງ 7 ຄົນ ສຳລັບແຮງງານທີ່ເດີນທາງມາຈາກຕ່າງແຂວງຈຳນວນ 20 ຄົນ ຍີງ 7 ຄົນ ຜ່ານການຕິດຕາມ ແມ່ນໄດ້ຄົບກຳນົດ 14 ວັນແລ້ວ ແລະ ເຫັນວ່າບໍມີອາການສະແດງທີ່ສົງໄສວ່າຕິດເຊື້ອພະຍາດ ພ້ອມນີ້ ຕາມທິດຊີ້ນຳຂອງຄະນະສະເພາະກິດຂັ້ນສູນກາງ ແລະ ຂັ້ນນະຄອນຫຼວງ ເຫັນວ່າສາມາດອະນຸຍາດໃຫ້ກັບບ້ານໄດ້ ແຕ່ກໍ່ໃຫ້ສືບຕໍ່ຕິດຕາມຕື່ມອີກ 7 ວັນ ດັ່ງນັ້ນ ຈຶ່ງໄດ້ມອບໃບຢັ້ງຢືນການຜ່ານການຈຳກັດສະຖານທີ່ໄວ້ເປັນຫຼັກຖານອ້າງອີງແກ່ອຳນາດການປົກຄອງບ່ອນທີ່ພັກອາໄສ ແລະ ມອບໃຫ້ອຳນາດການປົກຄອງບ້ານສືບຕໍ່ຕິດຕາມຕື່ມອີກ.
ນອກນີ້ ບໍລິສັດ ສາຍຍັນສະໝຸນໄພ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ໄດ້ມອບເງິນ 1.000.000 ກີບ ໃຫ້ແກ່ຄະນະສະເພາະກິດ ເພື່ອຊຸກຍູ້ວຽກງານຕ້ານພະຍາດໂຄວິດ-19 ມອບໂດຍເຈົ້າຂອງບໍລສັດດັ່ງກ່າວ ແລະ ຮັບໂດຍທ່ານ ບຸນເພັງ ສີນະວົງພອນ ເຈົ້າເມືອງຫາດຊາຍຟອງ ພ້ອມຄະນະ ໂອກາດດັ່ງກ່າວ ທ່ານເຈົ້າເມືອງຫາດຊາຍຟອງກໍ່ໄດ້ໃຫ້ການຊີ້ນຳຕໍ່ວຽກງານຕ້ານພະຍາດໂຄວິດ-19 ແລະ ມີຄຳເຫັນໂອ້ລົມຕໍ່ຜູ້ທີ່ໄດ້ຮັບການກັກຕົວ ແລະ ທີ່ອະນຸຍາດໃຫ້ກັບບ້ານໃນຄັ້ງນີ້ ຈົ່ງໄດ້ຊ່ວຍກັນປະຕິບັດມາດຕະການເພື່ອປ້ອງກັນເພີ່ມເຕີມ ເພື່ອບໍ່ໃຫ້ມີການກັບມາຕິດເຊື້ອ ແລະ ລະບາດໃໝ່ໄດ້ອີກ.

# ຂ່າວ & ພາບ : ຂັນທະວີ ພິມມະສອນ