ໂຮງແຮມລາວເທວ ຮ່ວມກັບໂຄງການຄັດເລືອກຊາຍງາມ ແລະ ຮ້ານຄໍາເພົ້າສັ່ງໄດ້ ນໍາຜ້າອັດປາກ-ດັງ ແລະ ເຈວລ້າງມື ລວມມູນຄ່າ 3 ລ້ານກວ່າກີບ ໃຫ້ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ (ຖວທ ນວ) ເພື່ອປະກອບສ່ວນຊຸກຍູ້ວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ແກ່ພະນັກງານ-ລັດຖະກອນຂອງພະແນກດັ່ງກ່າວ ໂດຍສະເພາະ ວິຊາການທີ່ເຮັດໜ້າທີ່ຕິດຕາມ ກວດກາຮ້ານບັນເທີງ ຮ້ານອາຫານຕ່າງໆ ໃຫ້ປະຕິບັດຕາມແຈ້ງການຂອງຂັ້ນເທິງຢ່າງເຂັ້ມງວດ ລວມທັງວິຊາການຂ່າວຂອງວິທະຍຸ-ໂທລະພາບ ນວ ແລະ ໜັງສືພິມວຽງຈັນໃໝ່ທີ່ຕ້ອງໄດ້ໄປເກັບກໍາຂໍ້ມູນຂ່າວສານຕ່າງໆທີ່ຖືກຕ້ອງ ແລະ ເປັນປະໂຫຍດມາເຜີຍແຜ່ໃຫ້ສັງຄົມຊາບ.

ພິທີມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ຈັດຂຶ້ນວັນທີ 13 ພຶດສະພາ 2021 ຢູ່ພະແນກ ຖວທ ນວ ເຊິ່ງມອບໂດຍທ່ານນາງ ວົງຈັນ ບົວແພງ ເຈົ້າຂອງໂຮງແຮມລາວເທວ ແລະ ຮັບໂດຍທ່ານນາງທ່ານ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກ ຖວທ ນວ ມີຮອງຫົວໜ້າພະແນກ ຖວທ ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

ໂອກາດນີ້ ທ່ານຫົວໜ້າພະແນກ ຖວທ ນວ ກໍໄດ້ສະແດງຄວາມຂອບໃຈຕໍ່ທີມງານໂຮງແຮມລາວເທວ ໂຄງການຄັດເລືອກຊາຍງາມ ແລະ ຮ້ານຄໍາເພົ້າສັ່ງໄດ້ ທີ່ເຫັນໄດ້ຄວາມຈໍາເປັນ ແລະ ນໍາເຄື່ອງຊ່ວຍເຫຼືອປ້ອງກັນພະຍາດໂຄວິດ-19 ມາມອບໃຫ້ຄັ້ງນີ້ ເຊິ່ງເປັນການປະກອບສ່ວນທີ່ສໍາຄັນສໍາລັບວຽກງານຄວບຄຸມ ແລະ ຕ້ານການແຜ່ລະບາດຂອງພະຍາດດັ່ງກ່າວ ພ້ອມນີ້ທ່ານຍັງໄດ້ອວຍພອນໃຫ້ຄະນະບໍ ລິຫານ ແລະ ພະນັກງານຂອງພະນັກງານຂອງໂຮງແຮມລາວເທວ ໂຄງການຄັດເລືອກຊາຍງາມ ແລະ ຮ້ານຄໍາເພົ້າສັ່ງໄດ້ ມີສຸຂະພາບເຂັ້ມແຂງ ແລະ ດໍາເນີນທຸລະກິດເຕີບໃຫຍ່ຂະຫຍາຍຕົວ ແລະ ຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆ.
# ຂ່າວ & ພາບ : ສະບາໄພ