ວັນທີ 10 ພຶດສະພາ 2021 ຜ່ານມາ ຢູ່ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ທ່ານ ວິໄລ ສີພະພອນ ຜູ້ອຳນວຍການໃຫຍ່ທະນາຄານຮ່ວມພັດທະນາ (JDB) ພ້ອມດ້ວຍທ່ານ ບົວວອນ ຈັນທະນີເລີດ ຫົວໜ້າຫ້ອງການທະນາຄານຮ່ວມພັດທະນາ ໄດ້ນໍາເອົາເງິນສົດຈໍານວນ 100.000.000 ກີບ ໄປມອບໃຫ້ນະຄອນຫຼວງວຽງຈັນ ເພື່ອນໍາໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ເປັນກຽດກ່າວຮັບໂດຍທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຫົວໜ້າສະເພາະກິດປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ນະຄອນຫຼວງວຽງຈັນ.

ໂອກາດດັ່ງກ່າວ ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງປະທານສະພາບໍລິຫານທະນາຄານຮ່ວມພັດທະນາ ທີ່ໄດ້ມີນໍ້າໃຈອັນສູງສົ່ງ ເຫັນໄດ້ຄວາມຈໍາເປັນໃນການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ໃຫ້ການຊ່ວຍເຫຼືອນະຄອນຫຼວງວຽງຈັນ ເຊິ່ງເປັນການປະກອບສ່ວນທີ່ສໍາຄັນໃນການສະໜັບສະໜູນແຜນປະຕິບັດງານຂອງຄະນະສະເພາະກິດເພື່ອຄວບຄຸມ ແລະ ຕ້ານການລະບາດຂອງພະຍາດ ໂຄວິດ-19 ຂັ້ນນະຄອນຫຼວງວຽງຈັນ ເພື່ອສ້າງຄວາມເຂັ້ມແຂງໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ມີມີປະສິດທິຜົນ ແລະ ທ່ານຍັງໄດ້ອວຍພອນໃຫ້ທຸລະກິດຂອງທະນາຄານຮ່ວມພັດທັດທະນາ ໃຫ້ມີຄວາມຈະເລີນຮຸ່ງເຮືອງຂື້ນໄປເລື້ອຍໆ.


# ຂ່າວ & ພາບ : ຄໍາຕົ້ນ ວໍລະຈັກ