ນະຄອນຫຼວງວຽງຈັນ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 26 ຄົນ

    ທ່ານ ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະສະສຸກ ຕາງໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ລາຍງານໃຫ້ຮູ້ວັນທີ 13 ພຶດສະພາ 2021ວ່າ: ໃນວັນທີ 12 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 4.143 ຕົວຢ່າງ ຜົນກວດວິເຄາະ ພົບຜູ້ຕິດເຊື້ອໃໝ່ 65 ຄົນ ໃນນັ້ນ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ 24 ຄົນ ນະຄອນຫຼວງວຽງຈັນ 26 ຄົນ ຈໍາປາສັກ 12 ຄົນ ແລະ ສະຫວັນນະເຂດ 3 ຄົນ (ກໍລະນີນໍາເຂົ້າແຮງງານລາວຢູ່ແຂວງຈໍາປາສັກ ແມ່ນມີ 12 ຄົນ ສະຫວັນນະເຂດ 3 ຄົນ ເຫຼືອຈາກນັ້ນ ແມ່ນກໍລະນີຕິດເຊື້ອພາຍໃນຊຸມຊົນ 50 ກໍລະນີ ທີ່ພົວພັນກັບຜູ້ຕິດເຊື້ອເກົ່າ).

    ສ່ວນວຽກ​ງານ​ການ​ຈຳ​ກັດ​ບໍ​ລິ​ເວນຢູ່ສູນຈຳກັດບໍລິເວນ ປັດຈຸບັນ ທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ 44 ສູນ ມີຜູ້ຈຳກັດບໍລິເວນທັງໝົດ 3.483 ຄົນ ແລະ ທຸກຄົນທີ່ເຂົ້າມາສູນດັ່ງກ່າວແມ່ນ​ໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດໂຄວິດ-19.

# ຂ່າວ & ພາບ :  ຂັນທະວີ

error: Content is protected !!