ປະທານສະພາປະຊາຊົນ ນວ ຕິດຕາມກວດກາການຂາຍຜັກກະສິກຳອິນຊີທີ່ສູນການຄ້າລາວ-ໄອເຕັກ

    ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກນະຄອນຫຼວງວຽງຈັນ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໄດ້ລົງຕິດຕາມ ແລະ ກວດກາການຂາຍພືດຜັກກະສິກຳອິນຊີ ທີ່ເດີນສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ວັນທີ 12 ພຶດສະພາ 2021 ໂດຍມີຄະນະອໍານວຍການສູນການຄ້າລາວ-ໄອເຕັກ ປະທານກຸ່ມຜັກກະສິກຳອິນຊີ ພ້ອມຄະນະໃຫ້ການຕ້ອນຮັບ. 

    ທ່ານ ຄໍາພູ ພັນທະບູນ ປະທານກຸ່ມຜັກອິນຊີນະຄອນຫຼວງວຽງຈັນ ໄດ້ລາຍງານໃຫ້ຮູ້ວ່າ: ກຸ່ມກະສິກໍາອິນຊີນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງ ແລະ ເລີ່ມເປີດຕະຫຼາດແຕ່ປີ 2006 ຢູ່ເດີ່ນທາດຫຼວງ ຈາກນັ້ນ ໄດ້ຍົກຍ້າຍເຂົ້າມາຂາຍຢູ່ສູນການຄ້າລາວ-ໄອເຕັກໃນເດືອນມິຖຸນາ 2018 ມີທັງໝົດ 6 ຕົວເມືອງທີ່ປູກຜັກກະສິກຳອິນຊີໃນນະຄອນຫຼວງວຽງຈັນ ປະກອບມີ 10 ກຸ່ມ ມີສະມາຊິກ 305 ຄອບຄົວ ມີເນື້ອທີ່ການຜະລິດ 332 ເຮັດຕາ ສາມາດເກັບພືດຜັກໄດ້ 7 ໂຕນຕໍ່ອາທິດ ເຊິ່ງມີຈຸດຈໍາໜ່າຍຫຼາຍຈຸດ ໃນນີ້ຢູ່ສູນການຄ້າລາວ-ໄອເຕັກ ແມ່ນຂາຍຕອນເຊົ້າວັນພຸດ ແລະ ວັນເສົາ ສະເພາະວັນເສົາ ມີຈໍາໜ່າຍຢູ່ຫ້ວຍຫົງຕື່ມອີກ ນອກນີ້ ຢູ່ດົງນາໂຊກແມ່ນຂາຍທຸກໆວັນຈັນ ແລະ ວັນພະຫັດ ສ່ວນຢູ່ຕະຫຼາດທົ່ງຂັນຄໍາ ແລະ ຕະຫຼາດຊໍາເກດ ແມ່ນຂາຍໃນຕອນເຊົ້າວັນອາທິດ ນອກນັ້ນ ຍັງມີຈຸດນ້ອຍໆອີກຫຼາຍຈຸດ ໂດຍສະເພາະຢູ່ບ້ານຊ້າງຄູ້ ຫຼັກ 5 ຮ້ານຄ້າຂອງກອງທັບ ແລະ ນັ່ງຂາຍອອນລາຍ ບໍລິການສົ່ງເຖິິງທີ່ອີກດ້ວຍ. 

    ສໍາລັບໃນໄລຍະການແຜ່ລະບາດເຊື້ອພະຍາດໂຄວິດນີ້ ທາງຕະຫຼາດກະສິກຳອິນຊີທີ່ສູນການຄ້າລາວ-ໄອເຕັກ ໄດ້ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຕາມຂັ້ນເທິງ ກໍຄືຄະນະສະເພາະກິດໂຄວິດ-19 ແລະ ພາກສ່ວນກ່ຽວຂ້ອງວາງອອກຢາກເຂັ້ມງວດ ໃນນີ້ ໄດ້ມີການຈັດສັນແມ່ຄ້າຊາວຂາຍຮັກສາໄລຍະຫ່າງ ແລະ ຜູ້ທີ່ມາໃຊ້ບໍລິການທຸກຄົນຕ້ອງໃສ່ຜ້າອັດປາກ-ອັດດັງ ລ້າງມືດ້ວຍເຈວ ຫຼື ເຫຼົ້າເກົ້າສິບ ພ້ອມທັງວັດແທກອຸນຫະພູມ ນອກນັ້ນ ຍັງໄດ້ມີການປະຊາສໍາພັນມາດຕະການປ້ອງກັນພະຍາດໂຄສິດ-19ເປັນແຕ່ລະໄລຍະຕື່ມອີກ. 

    ໂອກາດນີ້ ທ່ານ ອານຸພາບ ຕຸນາລົມ ຍັງໄດ້ມອບເຄື່ອງວັດແທກອຸນຫະພູມ ແລະ ເຈວລ້າງມືຈໍານວນໜຶ່ງໃຫ້ກຸ່ມຜັກກະສິກຳອິນຊີ ເພື່ອນໍາໃຊ້ເຂົ້າໃນວຽກງານຕ້ານໂຄວິດ-19 ນໍາອີກ.

# ຂ່າວ & ພາບ :  ຂັນທະວີ

error: Content is protected !!