ເມືອງນາຊາຍທອງ ມີ 55 ຄົນ ເປັນຕົວແທນນັກຮຽນທົ່ວເມືອງ ເຂົ້າສອບເສັງຂັ້ນນະຄອນຫຼວງ

    ຫ້ອງ­ການ​ສຶກ​ສາ​ທິ​ການ ແລະ ກີ­ລາ​ເມືອງ ນາ​ຊາຍ​ທອງ ຈັດ​ພິ­ທີ​ສະ­ຫຼຸບ​ຜົນ​ການ​ສອບ­ເສັງ​ນັກ­ຮຽນ​ເກ່ງ​ຂັ້ນ​ເມືອງ​ນາ​ຊາຍ​ທອງ ຂຶ້ນ​ໃນ​ວັນ​ທີ 11 ມີ­ນາ 2020 ທີ່​ສະ­ໂມ­ສອນ​ເມືອງ​ນາ​ຊາຍ​ທອງ ນະ­ຄອນ­ຫຼວງ​ວຽງ​ຈັນ ພາຍ​ໃຕ້​ການ​ເປັນ​ປະ­ທານ​ຂອງ​ທ່ານ​ນາງ ວຽງ​ສົດ ວົງ​ໄຊ ຫົວ­ໜ້າ​ຫ້ອງ­ການ​ສຶກ​ສາ​ທິ​ການ ແລະ ກີ­ລາ​ເມືອງ​ນາ​ຊາຍ​ທອງ ມີ​ທ່ານ​ນາງ ຊື່ນ​ຈິດ ສີ​ລິ​ມະ­ໂນ​ທຳ ຮອງ​ຫົວ­ໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ ນະ­ຄອນ­ຫຼວງ​ວຽງ​ຈັນ ພ້ອມ​ດ້ວຍ​ພະ­ນັກ­ງານ ຄູ-ອາ­ຈານ ນັກ­ຮຽນ ແລະ ແຂກ​ຖືກ​ເຊີນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

    ທ່ານ​ນາງ ພະ​ໄທ​ເພັດ ພົນ​ລະ​ພິດ ຮອງ​ຫົວ­ໜ້າ​ຫ້ອງ­ການ​ສຶກ​ສາ​ທິ​ການ ແລະ ກີ­ລາ​ເມືອງ​ນາ​ຊາຍ​ທອງ ຂຶ້ນ​ຜ່ານ​ບົດ​ສະ­ຫຼຸບ​ການ​ສອບ­ເສັງ​ນັກ­ຮຽນ​ເກ່ງ ປ5 ມ4 ມ7 ຂອງ​ເມືອງ​ນາ​ຊາຍ​ທອງ ປະ­ຈຳ​ສົກ­ຮຽນ 2019-2020 ວ່າ: ຜົນ​ການ​ແຂ່ງ­ຂັນ​ສອບ­ເສັງ​ນັກ­ຮຽນ​ເກ່ງ​ຂັ້ນ ປ5 ວິ­ຊາ ຄະ­ນິດ­ສາດ ນັກ­ຮຽນ​ເກ່ງ​ເຂົ້າ​ຮ່ວມ​ການ​ສອບ­ເສັງ​ທັງ​ໝົດ 30 ຄົນ ຍິງ 15 ຄົນ  ພາ­ສາ​ລາວ  ນັກ­ຮຽນ​ເກ່ງ​ເຂົ້າ​ຮ່ວມ​ການ​ສອບ­ເສັງ​ທັງ​ໝົດ 30 ຄົນ ຍິງ 24 ຄົນ ໂລກ​ອ້ອມ​ຕົວ ມີ 30 ຄົນ ຍິງ 23 ຄົນ ຂັ້ນ ມ4 ວິ­ຊາ ຄະ­ນິດ­ສາດ ມີ 30 ຄົນ ຍິງ 17 ຄົນ ພາ­ສາ​ລາວ-ວັນ­ນະ­ຄະ­ດີ ມີ 30 ຄົນ ຍິງ 21 ຄົນ ຟີ​ຊິກ​ສາດ ມີ 30 ຄົນ ຍິງ 23 ຄົນ ເຄ​ມີ​ສາດ ມີ 30 ຍິງ 23 ຄົນ ຂັ້ນ ມ7 ວິ­ຊາ​ຄະ­ນິດ­ສາດ ມີ 18 ຄົນ ຍິງ14 ຄົນ ພາ­ສາ​ລາວ-ວັນ­ນະ­ຄະ­ດີ ມີ 18 ຄົນ ຍິງ 15 ຄົນ ຟີ​ຊິກ​ສາດ ມີ 18 ຄົນ ຍິງ 13 ຄົນ ເຄ​ມີ​ສາດ ມີ 18 ຄົນ ຍິງ 13 ຄົນ.

    ໃນ​ສົກ­ຮຽນ 2019-2020 ເມືອງ​ນາ​ຊາຍ​ທອງ​ຄັດ​ເລືອກ​ນັກ­ຮຽນ​ເກ່ງ​ໄດ້​ລະ­ດັບ​ຂັ້ນ​ເມືອງ ຂັ້ນ ປ5 ມ4 ແລະ ມ7 ໄດ້ 55 ຄົນ ຍິງ 41 ຄົນ ເປັນ​ຕົວ​ແທນ​ນັກ­ຮຽນ​ເກ່ງ​ທົ່ວ​ເມືອງ​ເຂົ້າ​ຮ່ວມ​ສອບ­ເສັງ​ຂັ້ນ​ນະ­ຄອນ­ຫຼວງ​ທີ່​ຈະ​ຈັດ​ຂຶ້ນ​ໃນ­ຕໍ່­ໜ້າ (27 ມີ­ນາ 2020) ນີ້.

error: Content is protected !!