ວັນທີ 11 ພຶດສະພາ 2021 ທ່ານ ນາງ ຂັນທະລີ ສີລິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ (ສສກ) ພ້ອມດ້ວຍ ທ່ານ ນາງ ສີສຸກ ວົງວິຈິດ ຫົວໜ້າກົມສາມັນ ກະຊວງ ສສກ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽຈັນ ແລະ ທ່ານ ທອງດີ ແກ້ວມີໄຊ ຫົວໜ້າສຶກສາທິການ ແລະ ກີລາ ເມືອງຈັນທະບູລີ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມການ ຮຽນ-ການສອນ ຂອງຄູ-ອາຈານ ໃນໄລຍະປິດຮຽນຊົ່ວຄາວຢູ່ ໂຮງຮຽນ ມັດທະຍົມສຶກສາສົມບູນ ວຽງຈັນ ໂດຍມີ ທ່ານ ທອງພັນ ອຸໄລທອນແລ້ວ ຮັກສາການຜູ້ອຳນວຍການໂຮງຮຽນ ມສ ວຽງຈັນ ພ້ອມດ້ວຍ ຄະນະໃຫ້ການຕ້ອນຮັບ.
ໂອກາດນີ້ ທ່ານຮອງລັດຖະມົນຕີໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຄະນະຜູ້ບໍລິຫານໂຮງຮຽນທີໄດ້ຈັດການຮຽນ-ການສອນໄດ້ດີ ປະຕິບັດຕາມແຈ້ງການຂອງກະຊວງ ສສກ ພ້ອມທັງຍ້ອງຍໍທັງຄູ ແລະ ນັກຮຽນທີ່ບໍ່ມີຄົນຕິດໂຄວິດ ຍ້ອນການນຳຂອງໂຮງຮຽນໄດ້ເອົາໃຈໃສ່ ແລະ ເຜີຍແຜ່ມະຕິຄຳສັ່ງຂອງຂັ້ນເທິງໃຫ້ຄູ-ອາຈານ ແລະ ນັກຮຽນເປັນປະຈຳ ພ້ອມທັງເນັ້ນໃຫ້ສືບຕໍ່ປະຕິບັດຕາມແຈ້ງການ ແລະ ຜັນຂະຫຍາຍແຈ້ງການໃຫ້ຄູອາຈານເອົາໄປປະຕິບັດ ນອກນັ້ນ ໃຫ້ທາງໂຮງຮຽນກໍຄືຄູ-ອາຈານໃຫ້ແນະນຳນັກຮຽນຕິດຕາມການຮຽນຜ່ານໂທລະພາບສຶກສາຕື່ມ ໃຫ້ມີການໃຊ້ສື່ທີ່ຫຼາກຫຼາຍໃນການສົ່ງບົດຮຽນ ຈັດການຮຽນ-ການສອນ ແບບໜ້າຕໍ່ໜ້າ ພ້ອງທັງໃຫ້ມີປະເມີນຄວາມເຂົ້າໃຈຂອງນັກຮຽນພາຍຫຼັງການຮຽນອອນລາຍແລ້ວ ພິເສດນັກຮຽນ ມ4 ແລະ ມ7 ທີ່ຈະມີການສອບເສັງຈົບຊັ້ນໃຫ້ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ ແລະ ມີການຕິດຕາມຢ່າງໃກ້ຊິດຈາກຄູອາຈານ.
ໂອກາດດຽວກັນທ່ານ ນາງ ຂັນທະລີ ສີລິພົງພັນ ພ້ອມດ້ວຍຄະນະນຳ ໄດ້ລົງຕິດຕາມການຮງນ-ການສອນອອນລາຍໂດຍຜ່ານ Zoom ກະກຽມບົດຮຽນ ແລະ ການອັດວີດີໂອຂອງຄູອາຈານ ແລະ ໄດ້ລົງຢ້ຽມຢາມ ແລະ ໃຫ້ກຳລັງໃຈນັກຮຽນຫໍພັກພ້ອມທັງແນະນຳວິທີການຮຽນ ການອອກກຳລັງກາຍ ເພື່ອປູກຕິດສຳນຶກໃນການສຸກຂະພາບທີ່ແຂງແຮງ ພ້ອມກັບການປູກພືດຜັກສວນຄົວ ໃຫ້ມີອາຫານທີ່ມີຄຸນປະໂຫຍດຕໍ່ຮ່າງກາຍ.
