ໂດຍປະຕິບັດຕາມທິດຊີ້ນຳຂອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ເພື່ອຄວບຄຸມ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ຂອບເຂດພື້ນທີ່ສີແດງ (ສະຖານທີ່ທີ່ມີຜູ້ຕິດເຊື້ອໂຄວິດ-19) ເພື່ອຊອກຫາກຸ່ມຄົນທີ່ຢູ່ໃນກຸ່ມສ່ຽງອາດຈະຕິດເຊື້ອ ໃຫ້ເຂົ້າສູ່ຂະບວນການປິ່ນປົວກວດຫາເຊື້ອຕາມມາດຕະການຂອງກະຊວງສາທາລະນະສຸກ ກໍຄືຄະນະສະເພາະກິດ ນວ ໄດ້ວາງອອກ ດັ່ງນັ້ນ ວັນທີ 10 ພຶດສະພາ 2021 ກອງບັນຊາການ ປກສ ເມືອງຫາດຊາຍຟອງ ໄດ້ແຕ່ງຕັ້ງໜ່ວຍງານສະເພາະກິດ ລົງເກັບກຳຂໍ້ມູນນຳເຂດພື້ນທີ່ສີແດງ (ສະຖານທີ່ທີ່ມີຜູ້ຕິດເຊື້ອໂຄວິດ-19) ທົ່ວເມືອງຫາດຊາຍຟອງ.

ຜ່ານການຈັດຕັ້ງປະຕິບັດ ສາມາດຮູ້ໄດ້ວ່າ: ທົ່ວເມືອງຫາດຊາຍຟອງມີຜູ້ຕິດເຊື້ອທັງໝົດ 14 ຄົນ ໃນນີ້ ປິ່ນປົວຫາຍດີກັບບ້ານແລ້ວ 2 ຄົນ ສໍາລັບສະຖານທີ່ຂອງຜູ້ຕິດເຊື້ອມີ 10 ບ້ານຄື: ບ້ານໜອງໄຮ ບ້ານດົງຄໍາຊ້າງ ບ້ານສົມຫວັງ.ບ້ານສາລາຄໍາໃຕ້ ບ້ານນາໄຫ ບ້ານດອນຂາຊ້າຍ ບ້ານດອນດູ່ ບ້ານດົງໂພນແຮ່ ບ້ານປ່າຫວ້າ ແລະ ບ້ານທ່າພະ ແມ່ນໄດ້ປິດຫ້າມມີການເຄື່ອນໄຫວເຂົ້າ-ອອກໃນເຂດດັ່ງກ່າວຢ່າງເດັດຂາດ.

ກອງບັນຊາການ ປກສ ນວ ສະເໜີມາຍັງຫົວໜ້າກອງບັນຊາການ ປກສ 9 ເມືອງ ໃຫ້ຕິດຕາມກວດກາ ເກັບກຳຂໍ້ມູນຜູ້ທີ່ຕິດເຊື້ອຢູ່ໃນເມືອງຂອງຕົນ ເພື່ອຊອກຮູ້ຜູ້ທີ່ຢູ່ໃນກຸ່ມສ່ຽງ ໃຫ້ປະຕິບັດມາດຕະການກັກຕົວເອງ ແລະ ເຂົ້າສູ່ຂະບວນການກວດຫາເຊື້ອປິ່ນປົວ ແລະ ຮຽກຮ້ອງມາຍັງຊາວ ນວ ຖ້າຮູ້ວ່າຕົນເອງແມ່ນຢູ່ໃນເຂດພື້ນທີ່ສີແດງ (ສະຖານທີ່ທີ່ມີຜູ້ຕິດເຊື້ອໂຄວິດ-19) ແມ່ນໃຫ້ປະຕິບັດຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ເພື່ອເປັນການຄວບຄຸມ ສະກັດກັ້ນບໍ່ໃຫ້ມີການແຜ່ລະບາດຂອງເຊື້ອພະຍາດຂະຫຍາຍເປັນວົງກວ້າງ.


# ຂ່າວ & ພາບ : ເພັດສະໝອນ