
ທ່ານ ບຸນມີ ໄຊຍະວົງ ຮອງເຈົ້າເມືອງສີໂຄດຕະບອງ ຫົວໜ້າຄະນະສະເພາະກິດ ຕ້ານ ແລະ ສະກັດກັ້ນພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ໃຫ້ສຳພາດວັນທີ 17ເມສາ 2020ວ່າ: ນັບແຕ່ມີຄຳສັ່ງຈາກຂັ້ນເທິງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຈັດເອົາໂຮງຮຽນມັດທະຍົມຕອນປາຍໂຮ່ຈີມິນ ເປັນສູນກັກບໍລິເວນແຮງງານທີ່ກັບຈາກຕ່າງປະເທດ ຕ່າງແຂວງ ຫຼືເມືອງທີ່ມີຄວາມສ່ຽງຈາກເຊື້ອພະຍາດ COVID-19 ເຊິ່ງນັບແຕ່ວັນທີ 27 ມີນາ ຫາ ວັນທີ 6 ເມສາ 2020 ໄດ້ມີແຮງງານມາກັກບໍລິເວນທັງໝົດ 167 ຄົນ ຍິງ 103 ຄົນ ໃນນີ້ມາຈາກຕ່າງແຂວງ 73 ຄົນ ຍິງ 40 ຄົນ ແລະ ຕ່າງເມືອງ 7 ຄົນ ຍິງ 6 ຄົນ ໂດຍອີງໃສ່ງົບປະມານບໍ່ພຽງພໍ ຈຶ່ງຈຳເປັນຕ້ອງໄດ້ສົ່ງກັບໄປກັກບໍລິເວນຢູ່ແຂວງ ແລະ ເມືອງທີ່ແຮງງານມາເປັນທີ່ຮຽບຮ້ອຍ.
ສະເພາະແຮງງານທີ່ກັບຈາກຕ່າງປະເທດຂອງເມືອງສີໂຄດຕະບອງ ມີທັງໝົດ 87 ຄົນ ຍິງ 55 ຄົນ ນັບແຕ່ວັນທີ 27 ມີນາ ຮອດວັນທີ 16 ເມສາ 2020 ໄດ້ເຮັດໃບຢັ້ງຢືນປົດປ່ອຍແຮງງານທີ່ກັກບໍລິເວນຄົບ 14 ວັນ ຈຳນວນ 66 ຄົນ ຍິງ 46 ຄົນ ແລະ ຍັງສືບຕໍ່ຕິດຕາມຢູ່ 21 ຄົນ ຍິງ 11 ຄົນ ໃນນີ້ ຄະນະສະເພາະກິດໄດ້ຈັດຕັ້ງເວນຍາມຕະຫຼອດ 24 ຊົ່ວໂມງ ພ້ອມນັ້ນ ກໍໄດ້ແຕ່ງຕັ້ງຈຸແພດໝໍກວດສຸຂະພາບມື້ລະ 2 ຄັ້ງ ຜ່ານການກວດ ເຫັນວ່າແຕ່ລະຄົນມິສຸຂະພາບແຂງແຮງດີ.