ຫຼາຍພາກສ່ວນທຸລະກິດເມືອງໄຊພູທອງ ມອບວັດຖຸປັດໄຈປະກອບສ່ວນເຂົ້າໃນການຕ້ານ COVID-19

    ໃນຕົ້ນອາທິດນີ້ ຢູ່ທີ່ຫ້ອງວ່າການປົກຄອງເມືອງໄຊພູທອງ ແຂວງສະຫວັນນເຂດ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອຈາກນັກທຸລະກິດຫຼາຍພາກສ່ວນພາຍໃນເມືອງ ເພື່ອປະກອບສ່ວນນໍາໃຊ້ເຂົ້າໃນການປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຕາງໜ້າຮັບຂອງທ່ານ ຄໍາວິໃສ ຜຸຍຍະວົງ ເຈົ້າເມືອງໄຊພູທອງ ພ້ອມດ້ວຍການນໍາຂັ້ນຕ່າງໆຂອງເມືອງເຂົ້າຮ່ວມນໍາ.

    ພາກສ່ວນທີ່ມອບຄັ້ງນີ້ ມີໂຮງງານນໍ້າດື່ມແກ້ວຟ້າມີ ໂຮງງານນໍ້າດື່ມດອກຮັກ ໂຮງງານນໍ້າດື່ມກາດອກຄູນ ແລະ ພາກສ່ວນອື່ນໆ ປະກອບມີນໍ້າດື່ມ 1.115 ແພັກ ໝີ່ສໍາເລັດຮູບ 27 ແກັດ ເຄື່ອງດື່ມ M150 6 ແກັດ ຜ້າອັດປາກ-ອັດດັງ 18 ກັບ ເຈວລ້າງມື 8 ກ່ອງ ແລະ ກາເຟ 8 ຖົງ ລວມມູນຄ່າ 17.090.000 ກີບ.

    ໂອກາດນີ້ ທ່ານເຈົ້າເມືອງໄຊພູທອງໄດ້ສະແດງຄວາມຂອບໃຈນໍາບັນດານັກທຸລະກິດຂອງເມືອງ ທີ່ມີຄວາມຕື່ນຕົວສູງ ໃນການປະກອບສ່ວນເຄື່ອງຊ່ວຍເຫຼືອຕ້ານກັບພະຍາດ COVID-19 ເຊິ່ງເຄື່ອງດັ່ງກ່າວແມ່ນຈະໄດ້ສືບຕໍ່ນຳໄປມອບໃຫ້ບັນດາກຸ່ມສ່ຽງຕາມສູນກັກກັນຊົ່ວຄາວທັງ 46 ສູນໃນທົ່ວເມືອງໄຊພູທອງ ໂດຍສະເພາະກໍາລັງ ປກຊ-ປກສ ແພດໝໍ ພະນັກງານທີ່ເຮັດວຽກພົວພັນກັບກຸ່ມສ່ຽງ ລວມທັງແຮງງານທີ່ເດີນທາງມາຈາກຕ່າງປະເທດທີ່ມີກຸ່ມສ່ຽງຕໍ່ການລະບາດຂອງພະຍາດ Covid-19 ທີ່ກໍາລັງກັກໂຕ 14 ວັນຢູ່ແຕ່ລະສູນພາຍໃນເມືອງ.

    ປັດຈຸບັນ ເມືອງໄຊພູທອງຍັງມີແຮງງານລາວຄ້າງຢູ່ສູນທັງໝົດ 2.507 ຄົນ ຍິງ 1.246 ຄົນ ນອນສູນທັງໝົດ 2.486 ຄົນ ຍິງ 1.244 ຄົນ ຈໍານວນຜູ້ຄົບກໍານົດ 14 ວັນ ອອກກັບຄືນຄອບຄົວມີ 2.055 ຄົນ ຍິງ 1.032 ຄົນ ຈໍານວນຄ້າງສູນ 452 ຄົນ ຍິງ 214 ຄົນ ເຊິ່ງມາຮອດວັນທີ 14 ເມາສາ 2020 ມີຄົນອອກໝົດທັງ 6 ສູນແລ້ວ ຍັງເຫຼືອແຕ່ສູນກັກກັນທັງໝົດ 40 ສູນເທົ່ານັ້ນ ເຊິ່ງທາງເຈົ້າໜ້າທີ່ຄະນະສະເພາະກິດຂັ້ນເມືອງ ແມ່ນໄດ້ເອົາໃຈໃສ່ໃນປະຕິບັດໜ້າທີ່ຂອງຕົນໃນການກວດກາ ປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດດັ່ງກ່າວຢ່າງເຂັ້ມງວດ.

error: Content is protected !!