ທີມງານຊ່ຽວຊານການແພດຈີນ ພົບປະທ່ານເຈົ້າແຂວງບໍ່ແກ້ວ

    ພາຍຫຼັງທີ່ທີມແພດຊ່ຽວຊານຈີນໄດ້ອອກເດີນທາງໄປຍັງບັນດາແຂວງພາກເໜືອ ຕາມການສະເໜີຂອງລັດຖະບານລາວ ໂດຍໄດ້ບິນດ່ວນໄປແຂວງຫຼວງພະບາງ-ແຂວງອຸດົມໄຊ ແລະ ມາຮອດວັນທີ 11 ພຶດສະພາ 2021 ຮອດແຂວງບໍ່ແກ້ວເປັນທີ່ຮຽບຮ້ອຍແລ້ວ.

    ວັນທີ 12 ພຶດສະພາ 2021 ທີມງານຊ່ຽວຊານການແພດຈີນ ໄດ້ເຂົ້າພົບປະທ່ານເຈົ້າແຂວງ ບໍ່ແກ້ວ ເພື່ອຮັບຟັງການລາຍງານສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ແຂວງບໍ່ແກ້ວ.

    ໂອກາດນີ້ ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ໄດ້ກ່າວສະແດງຄວາມຍີນດີຕ້ອນຮັບທີມງານຊ່ຽວຊານການແພດຈີນ ເຊິ່ງນໍາໂດຍທ່ານ ຫວ່າງຈ້ຽນຄູນ ພ້ອມຄະນະ ໄດ້ສະຫຼະເວລາມາຊ່ວຍລັດຖະບານລາວ ກໍຄືແຂວງບໍ່ແກ້ວ ສະພາບການແຜ່ລະບາດພະຍາດໂຄວິດ-19 ທີ່ເກີດຂຶ້ນຢູ່ພາຍໃນແຂວງບໍ່ແກ້ວນັບແຕ່ວັນທີ 22 ເມສາ 2021 ມາຮອດວັນທີ 11 ພຶດສະພາ 2021 ແຂວງບໍ່ແກ້ວໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃນວັນນີ້ ມີຈໍານວນ 20 ຄົນ (ສະເພາະຢູ່ເຂດເສດຖະກິດພິເສດ 3 ຫຼ່ຽມຄໍາ) ສະສົມມາທັງໝົດໃນທົ່ວແຂວງ 329 ຄົນ ໃນນີ້:ສະເພາະຢູ່ເຂດເສດຖະກິດພິເສດ 3 ຫຼ່ຽມຄໍາ ມີທັງໝົດ 284 ຄົນ (ໃນນີ້: ຄົນຈີນ 81 ຄົນ ຄົນລາວ 138 ຄົນ ຄົນມຽນມາ 33 ຄົນ ຄົນໄທ 7 ຄົນ).

    ສະເພາະຢູ່ເທດສະບານແຂວງ (ເມືອງຫ້ວຍຊາຍ) ຜູ້ຕິດເຊື້ອສະສົມທັງໝົດ 40 ຄົນ ປົວດີແລ້ວ 13 ຄົນ ຍັງ 27 ຄົນ ເມືອງຕົ້ນເຜິ້ງ 4 ຄົນ ເມືອງ ປາກທາ 1 ຄົນ ສະເພາະເທດສະບານແຂວງແມ່ນເປັນມື້ທີ 4 ແລ້ວ ທີ່ບໍ່ພົບຜູ້ຕິດເຊື້ອ ສ່ວນທີ່ເຫຼືອ ທາງທີມງານແພດໝໍກໍ່ໄດ້ເອົາໃຈໃສ່ປິ່ນປົວຢ່າງໃກ້ຊິດ ໄດ້ສໍາເລັດການສັກຢາກັນພະຍາດໂຄວິດພາຍໃນ 5 ເມືອງ ສັກໄດ້ທັງໝົດ 64.800 ໂດສ ເທົ່າກັບ 77,8% ແລະ ເຂດເສດຖະກິດພິເສດ 3 ຫຼ່ຽມຄໍາແມ່ນ 80.000 ໂດສ ເຄື່ອງກວດຫາເຊື້ອພະຍາດໂຄວິດ-19 ແຂວງບໍ່ແກ້ວສາມາດກວດໄດ້ 200 ກວ່າຄົນຕໍ່ວັນ ແລະ ຢູ່ເຂດເສດຖະກິດພິເສດ 3 ຫຼ່ຽມຄໍາ ແມ່ນສາມາດກວດໄດ້ເຖິງ 3-4 ພັນຄົນຕໍ່ວັນ.

    ທ່ານ ຫວ່າງຈ້ຽນຄູນ ໄດ້ກ່າວວ່າ: ຄະນະທີມງານພວກເຮົາຈະເອົາໃຈໃສ່ຊ່ວຍເຫຼືອແຂວງບໍ່ແກ້ວ ເປັນຕົ້ນແມ່ນການສັກຢາວັກຊີນ ແລະ ການປິ່ນປົວ ການຄຸ້ມຄອງຂອງອໍານາດການປົກຄອງບ້ານ ການເຝິກອົບຮົມໃຫ້ຄວາມຮູ້ ແລະ ການຊອກຫາຜູ້ສໍາພາດໃກ້ຊິດກັບຜູ້ຕິດເຊື້ອ ແລະ ອື່ນໆ.

# ຂ່າວ & ພາບ : ບຸນມີ

error: Content is protected !!