ທີມແພດຊ່ຽວຊານຈີນ ເດີນທາງຮອດແຂວງບໍ່ແກ້ວ

    ພາຍຫຼັງທີ່ທີມແພດຊ່ຽວຊານຈີນໄດ້ອອກເດີນທາງໄປຍັງບັນດາແຂວງພາກເໜືອ ຕາມການສະເໜີຂອງລັດຖະບານລາວ ໂດຍໄດ້ບິນດ່ວນໄປແຂວງຫຼວງພະບາງ-ແຂວງອຸດົມໄຊ ແລະ ມາຮອດວັນທີ 11 ພຶດສະພາ 2021 ຮອດແຂວງບໍ່ແກ້ວເປັນທີ່ຮຽບຮ້ອຍແລ້ວ.

    ເຊິ່ງໃນວັນທີ 11 ພຶດສະພາ 2021 ທີ່ໂຮງແຮມໝອນທອງ ແຂວງບໍ່ແກ້ວ ໄດ້ມີພິທີຕ້ອນຮັບຄະນະແພດ ແລະ ຊ່ຽວຊານ ຈາກ ສປ ຈີນ ທີ່ເດີນທາງມາຊ່ວຍການແກ້ໄຂສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງບໍ່ແກ້ວ ໃຫ້ກຽດຕ້ອນຮັບໂດຍ ທ່ານ ດຣ ບຸນຍາເວດ ວົງຄຳຊາວ ຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມດ້ວຍຄະນະສະເພາະກິດແຂວງບໍ່ແກ້ວ ຕະຫຼອດຮອດພະນັກງານແພດໝໍ.

    ການລົງເຄື່ອນໄຫວຂອງຄະນະແພດ ແລະ ຊ່ຽວຊານ ຈາກ ສປ ຈີນ ຄັ້ງນີ້ ມີຊ່ຽວຊານຈາກ ສປ ຈີນ 9 ທ່ານ ຈາກກະຊວງສາທາລະນະສຸກ 3 ທ່ານ ເຊິ່ງໄດ້ພົບປະກັບການນຳແຂວງ ປະຊຸມຮ່ວມກັບຄະນະສະເພາະກິດແຂວງ ແລະ ຮັບຟັງການລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ແລກປ່ຽນຄໍາເຫັນຮ່ວມກັນ ກ່ອນຈະລົງເບິ່ງການປະຕິບັດວຽກງານຕົວຈິງ.

    ທີມແພດຊ່ຽວຊານຈີນໄດ້ເຮັດວຽກຮ່ວມກັບທີມແພດທີ່ພວມປີ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ໂຮງໝໍແຂວງ ເມືອງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເພື່ອແກ້ໄຂການລະບາດຂອງເຊື້ອພະຍາດໂຄວິດ-19 ໃຫ້ໝົດໄປຈາກແຂວງບໍ່ແກ້ວໂດຍໄວ ແນໃສ່ຟື່ນຟູແຂວງບໍ່ແກ້ວໃຫ້ຄືນສູ່ສະພາບເດີມ.

# ຂ່າວ & ພາບ :  ບຸນມີ

error: Content is protected !!