ວັນທີ 11 ພຶດສະພາ 2021 ອະດີດນັກສຶກສາປະລິນຍາຕີ ຮຸ່ນທີ 4 ຄະນະວິທະຍາສາດສັງຄົມ ສາຂາວິຊາ ສັງຄົມວິທະຍາ ແລະ ພັດທະນາສັງຄົມ ພາກບ່າຍ ຈົບການສຶກສາສົກປີ 2012-2013 ໄດ້ປະກອບສ່ວນຊ່ວຍເຫຼືອຮຸ່ນນ້ອງ ຄະນະວິທະຍາສາດສັງຄົມ ພາກວິຊາສັງຄົມວິທະຍາ ແລະ ພັດທະນາສັງຄົມ ທີ່ຂາດເຂີນອາຫານ ບໍ່ສາມາດກັບບ້ານໄດ້ໃນໄລຍະການແຜ່ລະບາດເຊື້ອພະຍາດໂຄວິດ-19 ປະກອບມີ ເຂົ້າສານ 200 ກິໂລກຣາມ ໝີ່ສໍາເລັດຮູບໄວໆ 28 ແກັດ ປາກະປ໋ອງ 300 ປ໋ອງ ເຈວເອວກໍຮໍ 50 ອັນ ຜ້າອັດປາກ-ອັດດັງ 5 ກັບ ລວມມູນຄ່າທັງໝົດ 5.250.000 ກີບ ຕາງໜ້າມອບໂດຍ ທ່ານ ອາລິຍະສອນ ພິມມະສອນ ຕາງໜ້າອະດີດນັກສຶກສາ ຮຸ່ນທີ 4 ສາຂາ ສັງຄົມວິທະຍາ ແລະ ພັດທະນາສັງຄົມ ພ້ອມດ້ວຍອະດີດຄະນະນັກສຶກສາ ແລະ ຕາງໜ້າຮັບໂດຍທ່ານ ວັນໄຊ ຈັນທະດາລາ ຮອງຫົວໜ້າພາກ ຕາງໜ້າພາກວິຊາສັງຄົມວິທະຍາ ແລະ ພັດທະນາສັງຄົມ ມີທ່ານ ສະເຫຼີມສັກ ພາບຸດດີ ຮອງຄະນະບໍດີ ຄະນະວິທະຍາສາດສັງຄົມເຂົ້າຮ່ວມເປັນສັກຂີພິຍານ.


# ຂ່າວ & ພາບ : ຂັນທະວີ ພິມມະສອນ