ໃນວັນທີ 10 ພຶດສະພາ 2021 ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອເປັນ ຜ້າອັດປາກ-ດັງ ຈໍານວນ 1.000.000 ອັນ ຈາກຫ້ອງການພົວພັນຕ່າງປະເທດແຂວງຢຸນນານ ສປ ຈີນ ມອບໃຫ້ແກ່ກະຊວງການຕ່າງປະເທດ ແລະ 4 ແຂວງພາກເໜືອຂອງ ສປປ ລາວ ຄື: ແຂວງຫຼວງນໍ້າທາອຸດົມໄຊ ຜົ້ງສາລີ ແລະ ຫຼວງພະບາງ ແຂວງລະ 100.000 ອັນ ແລະ ມອບໃຫ້ກະຊວງການຕ່າງປະເທດ 600.000 ອັນເພື່ອນໍາໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ຢູ່ ສປປ ລາວ ໂດຍໃຫ້ກຽດຕາງໜ້າກ່າວມອບໂດຍທ່ານ ຊຽງ ຟ່າງ ສຽງ ທີ່ປຶກສາສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈໍາ ສປປ ລາວ ແລະ ຕາງໜ້າກ່າວຮັບໂດຍທ່ານ ໂພໄຊ ໄຂຄໍາພິທູນ ຫົວໜ້າຫ້ອງການກະຊວງການຕ່າງປະເທດ ເຊິ່ງມີພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ ທ່ານ ໂພໄຊ ໄຂຄຳພິທູນ ໄດ້ສະແດງຄວາມຂອບໃຈມາຍັງລັດຖະບານແຫ່ງ ສປ ຈີນ ກໍຄືຫ້ອງການພົວພັນຕ່າງປະເທດແຂວງຢຸນນານ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ແລະ ທັນການໃນຄັ້ງນີ້ ອັນເປັນການສະແດງໃຫ້ເຫັນເຖິງການເປັນເພື່ອນມິດສະຫາຍອ້າຍນ້ອງບ້ານໃກ້ເຮືອນຄຽງທີ່ດີ ກໍຄືການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ ຈີນ-ລາວ.

ພ້ອມທັງກ່າວຕື່ມອີກວ່າ ຈະນໍາໃຊ້ຜ້າອັດປາກ-ດັງ ທີ່ໄດ້ຮັບການຊ່ວຍເຫຼືອໃນຄັ້ງນີ້ເຂົ້າໃນວຽກງານປ້ອງກັນ ແລະ ຕ້ານກັບການລະບາດຂອງພະຍາດໂຄວິດ-19 ທີ່ພວມລະບາດຢ່າງຮ້າຍແຮງຮອບໃໝ່ນີ້ໃຫ້ໄດ້ຮັບຜົນປະໂຫຍດສູງສຸດ ເຊິ່ງກະຊວງການຕ່າງປະເທດ ສປປ ລາວ ແລະ ຫ້ອງການພົວພັນຕ່າງປະເທດແຂວງຢູນນານ ມີການປະສານງານນຳກັນຢ່າງໄກ້ຊິດ ແລະ ຫວັງວ່າຈະສືບຕໍ່ໄດ້ຮັບການຊ່ວຍເຫຼືອຈາກແຂວງຢຸນນານອີກໃນກໍລະນີຈໍາເປັນໃນຕໍ່ໜ້າ.
# ຂ່າວ & ພາບ : ລັດເວລາ