ທະນາຄານຮ່ວມພັດທະນາ ມອບເງິນຊຸກຍູ້ວຽກງານຕ້ານໂຄວິດ-19 ໃຫ້ກະຊວງປ້ອງກັນປະເທດ

     ວັນທີ 10 ພຶດສະພາ 2021 ຢູ່ທີ່ກະຊວງປ້ອງກັນປະເທດ ທ່ານ ວິໄລ ສີພະພອນ ຜູ້ອຳນວຍການໃຫຍ່ທະນາຄານຮ່ວມພັດທະນາ (JDB) ພ້ອມດ້ວຍທ່ານ ບົວວອນ ຈັນທະນີເລີດ ຫົວໜ້າຫ້ອງການທະນາຄານຮ່ວມພັດທະນາ ໄດ້ນໍາເອົາເງິນສົດຈໍານວນ 300.000.000 ກີບ ໄປມອບໃຫ້ກະຊວງປ້ອງກັນປະເທດ ເພື່ອນໍາໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະແມ່ນຊຸກຍູ້ກໍາລັງປະກອບອາວຸດປ້ອງກັນຊາດ ທີ່ພວມປະຕິບັດໜ້າທີ່ຕາມພາລະບົດບາດຂອງຕົນ ໃນການປະກອບສ່ວນເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງກ່າວຮັບໂດຍ ທ່ານ ພົນຕີ ວົງຄຳ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າສະເພາະກິດ ການປ້ອງກັນ ຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ຂອງກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ. 

    ໂອກາດນີ້ ທ່ານ ພົນຕີ ວົງຄໍາ ພົມມະກອນ ກໍໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ທ່ານ ວິໄລ ສີພະພອນ ພ້ອມດ້ວຍຄະນະ ທີ່ໄດ້ມອບເງິນຊ່ວຍເຫຼືອກະຊວງປ້ອງກັນປະເທດໃນຄັ້ງນີ້ ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ ສະກັດກັ້ນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃນຄັ້ງນີ້ ພ້ອມນັ້ນ ຍັງໄດ້ຮຽກຮ້ອງມາຍັງຄະນະອຳນວຍການ ຕະຫຼອດຮອດພະນັກງານຂອງທະນາຄານດັ່ງກ່າວ ຈົ່ງພ້ອມກັນກັບທຸກພາກສ່ວນໃນສັງຄົມ ເພີ່ມທະວີຄວາມເປັນຈິດໜຶ່ງໃຈດຽວກັນ ໃນການເປັນເຈົ້າການປະຕິບັດບັນດາມາດຕະການປ້ອງກັນ ສະກັດກັ້ນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ໂດຍເລີ່ມຈາກຄວາມເປັນເຈົ້າການຂອງຕົນເອງ ຄອບຄົວ ຊຸມຊົນ ແລະ ການຈັດຕັ້ງທຸກຂັ້ນ ເພື່ອປະກອບສ່ວນເຮັດໃຫ້ສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ໂດຍໄວ ແລະ ທ່ານຍັງອວຍພອນໃຫ້ທຸລະກິດຂອງທະນາຄານຮ່ວມພັດທະນາ ໃຫ້ມີຄວາມຈະເລີນຮຸ່ງເຮືອງຂື້ນໄປເລື້ອຍໆ .

.

# ຂ່າວ & ພາບ : ຂັນທະວີ ພິມມະສອນ

error: Content is protected !!