ແພດຢືນຢັນເບື້ອງຕົ້ນ ກໍລະນີຜູ້ເສຍຊີວິດຈາກການສັກຢາ Astra Zeneca ແມ່ນເກີດຈາກພະຍາດປະຈຳຕົວຂອງຜູ້ກ່ຽວເອງ.

    ທ່ານ ດຣ ບັນດິດ ຊຸມພົນພັກດີ ຄະນະກຳມະການທີ່ປຶກສາແຫ່ງຊາດໃນການໃຫ້ວັກຊິນ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ COVID-19 ໄດ້ຊີ້ແຈງກໍລະນີແມ່ຕູ້ອາຍຸ 63 ປີ ທີ່ສັກຢາກັນພະຍາດໂຄວິດ-19 Astra Zeneca ແລ້ວເສຍຊີວິດ ເຊິ່ງສາເຫດຂອງການເສຍຊີວິດນັ້ນ ທິມແພດຢືນຢັນໃນເບື່ອງຕົ້ນ ແມ່ນອາດຈະເກີດຈາກພະຍາດປະຈຳຕົວຂອງຜູ້ກ່ຽວເອງ.

    ໃນວັນທີ 10 ພຶດສາພາ 2021 ທິມງານແພດຈາກກະຊວງສາທາລະນະສຸກ ໄດ້ລົງໄປສືບສວນກໍລະນີທີ່ມີຄົນເສຍຊີວິດຢູ່ໂຮງໝໍເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍໄດ້ສົມທົບກັບວິຊາການ ແລະ ຄະນະນຳສາທາລະນະສຸກເມືອງນາຊາທອງ ເຊິ່ງໄດ້ບົດສະຫຼຸບດັ່ງນີ້

    ຄົນເຈັບຊື່ແມ່ຕູ້ ບຸນຍັງ ອາຍຸ 63 ປີ ຢູ່ ບ້ານນາຄູນ ເມືອງນາຊາຍທອງ ຜູ້ກ່ຽວໄດ້ຮັບການສັກວັກຊິນ Astra Zeneca ຢູ່ສູນການຄ້າລາວ-ໄອເຕັກ ໃນວັນທີ 7 ພຶດສະພາ 2021 ໂດຍໄດ້ປະຕິບັດຕາມຂັ້ນຕອນຕ່າງໆໃນການໃຫ້ວັກຊິນເຊັ່ນ:ວັດແທກອຸນຫະພູມ ແທກຄວາມດັນເລືອດ ຕື່ມແບບຟອມ ແລະ ເຊັນຍິນຍອມຕາມຂັ້ນຕອນທີ່ໄດ້ເຄີຍປະຕິບັດມາ ຜ່ານການກວດກັ່ນຕອງ ແມ່ຕູ້ບໍ່ມີຂໍ້ຫ້າມໃດໆໃນການໃຫ້ວັກຊິນ ພາຍຫຼັງທີ່ຮັບວັກຊິນແລ້ວ ແມ່ຕູ້ກໍໄດ້ນັ່ງພັກຜ່ອນເພື່ອເບິ່ງອາການປະມານ 15-30 ນາທີ ແຕ່ກໍບໍ່ມີອາການໃດໆທີ່ຜິດປົກກະຕິ ແມ່ຕູ້ກໍໄດ້ກັບບ້ານ.

    ຫຼັງຈາກທີ່ກັບມາບ້ານ ແມ່ຕູ້ຮູ້ສຶກມີອາການປວດຕົນໂຕ ປວດຕາມແຂນ-ຂາ ເຊິ່ງໄລຍະນັ້ນ ແມ່ນບໍ່ຮູ້ວ່າແມ່ຕູ້ໄດ້ກິນຢາຊະນິດໃດແດ່ ເຊິ່ງຍັງບໍ່ທັນໄດ້ຂໍ້ມູນເທື່ອ ມາຮອດວັນທີ 9 ພຶດສະພາ ແມ່ຕູ້ມີອາການຮາກອອກເລືອດ 2-3 ຄັ້ງ ຈົນຮອດເວລາ 17,30 ໂມງ ພີ່ນ້ອງໄດ້ນຳສົ່ງແມ່ຕູ້ໄປໂຮງໝໍເມືອງນາຊາຍທອງ ເມື່ອຮອດໂຮງໝໍເມືອງ ແພດທີ່ປະຈຳການໄດ້ປະເມີນອາການຄື: ແມ່ຕູ້ໝົດສະຕິ ບໍ່ຫາຍໃຈ ຕົນໂຕກ່ຳແຫຼ້ ຄວາມດັນເອົາບໍ່ໄດ້ ແພດກໍພະຍາຍາມຊ່ວຍຟື້ນຟູຊີບເປັນເວລາດົນສົມຄວນ ແຕ່ແມ່ຕູ້ກໍບໍ່ມີອາການຕອບສະໜອງຕໍ່ການຟື້ນຟູຊີບ ສຸດທ້າຍ ແມ່ຕູ້ກໍເສຍຊີວິດ.

    ທາງຄອບຄົວຂອງແມ່ຕູ້ໄດ້ໃຫ້ຂໍ້ມູນຕໍ່ທີມງານແພດໝໍວ່າ: ຜ່ານມາ ແມ່ຕູ້ມີພະຍາດປະຈຳຕົວຄື ເປັນພະຍາດວັນນະໂຣກທີ່ປິ່ນປົວ ຜູ້ກ່ຽວຍັງມີພະຍາດຄວາມດັນສູງ ໂຣກເບົາຫວານ ນອກຈາກນັ້ນ ຍັງມີພະຍາດທີ່ໄດ້ປິ່ນປົວມາຕະຫຼອດຄືພະຍາດກະດູກສັນຫຼັງໜີບເສັ້ນ.

    ສະຫຼຸບແລ້ວ ການເສຍຊີວິດຂອງແມ່ຕູ້ບຸນຍັງ ແມ່ນບໍ່ມີຂໍ້ໃດໆທີ່ມີການສຳພັນກ່ຽວກັບການໃຫ້ຢາວັກຊິນ Astra Zeneca ເພາະວ່າຫຼອດຢາວັກແຊງທີ່ໃຫ້ກັບແມ່ຕູ້ ໃນກ່ອງໜຶ່ງມີຈຳນວນ 10 ໂດສ ໃນນັ້ນ 9 ໂດສ ແມ່ນສັກໃຫ້ຄົນອື່ນ ແມ່ນບໍ່ມີອາການໃດໆ ນອກຈາກແມ່ຕູ້ຄົນດຽວ ເຊິ່ງຢາຊະນິດນີ້ ສາມາດສັກໃຫ້ໄດ້ຜູ້ທີ່ມີອາຍຸແຕ່ 18 ປີຂຶ້ນໄປ ຫາຜູ້ອາຍຸສູງ ເຊິ່ງຜູ້ທີ່ມີພະຍາດປະຈຳໂຕທີ່ບໍ່ຮ້າຍແຮງ ແລະ ບໍ່ເຄີຍໄດ້ຮັບການປິ່ນປົວມາກ່ອນ ກໍສາມາດໃຫ້ຢາຊະນິດນີ້ໄດ້ ລວມທັງແມ່ຍິງທີ່ຖືພາ ຫຼືໃຫ້ນົມລູກ ພວກເຮົາກໍສາມາດໃຫ້ຢາໄດ້ ໃນກໍລະນີທີ່ມີການແຜ່ລະບາດຮ້າຍແຮງ.

    ເຖິງຢ່າງໃດກໍຕາມ ທາງທີມງານແພດຈະພະຍາຍາມສືບຫາຂໍ້ມູນແທ້ຈິງຂອງການເສຍຊີວິດຂອງແມ່ຕູ້ໃນຄັ້ງນີ້.

# ຂ່າວ & ພາບ :  ຊິລິການດາ

error: Content is protected !!