ວັນທີ 11 ພຶດສະພາ 2021 ອົງການປົກຄອງເມືອງໄຊທານີ ຮ່ວມກັບຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຫ້ອງການສ່ວຍສາອາກອນ ແລະ ກຸ່ມບ້ານໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ມອບເຄື່ອງຊ່ວຍເຫຼືອຄອບຄົວທ້າວ ຊຸນ ບ້ານຊໍາບອນ ເມືອງໄຊທານີ ເຊິ່ງເປັນຄອບຄົວທີ່ທຸກຍາກຂາດເຂີນແທ້ໆ ຕາງໜ້າມອບຂອງທ່ານ ຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ພ້ອມຄະນະ.

ເຄື່ອງທີ່ມອບ ປະກອບມີ ເຄື່ອງອຸປະໂພກ-ບໍລິໂພກ ເຊັ່ນ: ພັດລົມ ໝໍ້ຫຸງເຂົ້າ ຜ້າຫົ່ມ ສື່ອ ໝອນ ເຂົ້າສານ ຜ້າອັດປາກ-ອັດດັງ ແລະ ອື່ນໆ ນອກນີ້ ຄອບຄົວທ່ານ ອາຫຼົງ ທັງໄດ້ມອບເງິນຊ່ວຍເຫຼືອອີກ 300.000 ກີບ.

# ຂ່າວ & ພາບ : ຂັນທະວີ ພິມມະສອນ