ທະນາຄານຮ່ວມພັດທະນາ ມອບອຸປະກອນການແພດໃຫ້ກະຊວງສາທາລະນະສຸກ

    ວັນທີ 10 ພຶດສະພາ 2021 ຢູ່ທີ່ກະຊວງສາທາລະນະສຸກ ທ່ານ ວິໄລ ສີພະພອນ ຜູ້ອຳນວຍການໃຫຍ່ທະນາຄານຮ່ວມພັດທະນາ (JDB) ພ້ອມດ້ວຍທ່ານ ບົວວອນ ຈັນທະນີເລີດ ຫົວໜ້າຫ້ອງການທະນາຄານຮ່ວມພັດທະນາ ໄດ້ນໍາເອົາອຸປະກອນການແພດມູນຄ່າ 400.000.000 ກີບ ໄປມອບໃຫ້ກະຊວງສາທາລະນະສຸກ ແລະ ກ່າວຮັບຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ຮອງຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ອຸປະກອນການແພດມອບຄັ້ງນີ້ ປະກອບມີຊຸດເຄື່ອງນຸ່ງປ້ອງກັນສໍາລັບແພດໝໍ ຈໍານວນ 1.500 ຊຸດ ແລະ ຖົງມືການແພດຈໍານວນ 5.000 ຄູ່ ເພື່ອນໍາໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19.

    ໂອກາດດັ່ງກ່າວ ທ່ານລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງປະທານສະພາບໍລິຫານທະນາຄານຮ່ວມພັດທະນາ ທີ່ໄດ້ມີນໍ້າໃຈອັນສູງສົ່ງ ເຫັນໄດ້ຄວາມຈໍາເປັນໃນການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ໃຫ້ການຊ່ວຍເຫຼືອທາງດ້ານອຸປະກອນການແພດ ໃຫ້ແກ່ກະຊວງສາທາລະນະສຸກ ເຊິ່ງພວມປະເຊີນໜ້າກັບການແຜ່ລະບາດຂອງພະຍາດໂຄວິດ-19 ເປັນການປະກອບສ່ວນທີ່ສໍາຄັນໃນການສະໜັບສະໜູນແຜນປະຕິບັດງານຂອງຄະນະສະເພາະກິດ ເພື່ອຄວບຄຸມ ແລະ ຕ້ານການລະບາດຂອງພະຍາດໂຄວິດ-19 ເພື່ອສ້າງຄວາມເຂັ້ມແຂງໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ມີປະສິດທິຜົນ ແລະ ທ່ານຍັງໄດ້ອວຍພອນໃຫ້ທຸລະກິດຂອງທະນາຄານຮ່ວມພັດທັດທະນາ ໃຫ້ມີຄວາມຈະເລີນຮຸ່ງເຮືອງຂື້ນໄປເລື້ອຍໆ.

# ຂ່າວ & ພາບ : ຂັນທະວີ ພິມມະສອນ

error: Content is protected !!