ວັນທີ 11 ພຶດສະພາ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ກົມພາສີ ແລະ ກອງຄຸ້ມຄອງພາສີ V ໄດ້ມອບເງິນຈໍານວນ 160 ລ້ານກີບ ໃຫ້ນະຄອນຫຼວງວຽງຈັນ ເພື່ອຊຸກຍູ້ວຽກງານສະກັດກັ້ນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຕາງໜ້າມອບໂດຍທ່ານ ພູເຂົາຄໍາ ວັນນະວົງໄຊ ຫົວໜ້າກົມພາສີ ກະຊວງການເງິນ ພ້ອມດ້ວຍພະນັກງານກົມພາສີ ແລະ ກອງຄຸ້ມຄອງພາສີ V ແລະ ຕາງໜ້າຮັບໂດຍທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງ ຫົວໜ້າຄະນະສະເພາະກິດ ປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ນະຄອນຫຼວງວຽງຈັນ.


# ຂ່າວ & ພາບ : ຂັນທະວີ ພິມມະສອນ