ຍັງຄົງເປັນຂ່າວບໍ່ດີ ມື້ນີ້ ສປປ ລາວ ມີຜູ້ຕິດເຊື້ອ COVID-19 ເພີ່ມອີກ 35 ຄົນ

    ທ່ານ ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ COVID-19 ຖະແຫຼງຂ່າວປະຈຳວັນ ໃນວັນທີ 11 ພຶດສະພາ 2021 ຢູ່ສູນປະຕິບັດງານຄະ ນະສະເພາະກິດຄວບຄຸມ COVID-19 ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:

    ວັນທີ 10 ພຶດສະພາ 2021 ທິມງານແພດໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 3.247 ຕົວຢ່າງ ຜົນກວດວິເຄາະແມ່ນພົບຜູ້ຕິດເຊື້ອໃໝ່ 35 ຄົນ (ກໍລະນີຢັ້ງຢືນທີ 1.328-1.362) ປັດຈຸບັນ ສປປ ລາວ ຜູ້ຕິດເຊື້ອ COVID-19 ມີທັງໝົດ 1.362 ຄົນ (ໃໝ່ 35) ໃນນີ້ມີເສຍຊີວີດ 1 ຄົນ ເຊິ່ງໃນຈຳນວນຜູ້ຕິດເຊື້ອທັງໝົດນັ້ນ ແມ່ນໄດ້ຮັບການປິ່ນປົວຫາຍດີຈຳນວນ 297 ຄົນ ແລະ ຈະໄປສືບຕໍ່ຈຳກັດບໍລິເວນຢູ່ເຮືອນຈົນຄົບກຳນົດຕາມຄຳແນະນຳຂອງແພດ ນອກນັ້ນ ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ໃນແຕ່ລະແຂວງຈຳນວນ 1.064 ຄົນ. ສຳລັບຄົນເຈັບຕິດເຊື້ອໃໝ່:ຈາກແຂວງບໍ່ແກ້ວ 20 ຄົນ ນະຄອນຫຼວງວຽງຈັນ 9 ຄົນ ຈໍາປາສັກ 5 ຄົນ ແລະ ຫຼວງນໍ້າທາ 1 ຄົນ ກໍລະນີນຳເຂົ້າ 5 ກໍລະນີ ແມ່ນແຮງງານລາວຢູ່ແຂວງຈໍາປາສັກ ແລະ ກໍລະນີຕິດເຊື້ອພາຍໃນຊຸມຊົນ 30 ຄົນ ແມ່ນພົວພັນກັບຜູ້ຕິດເຊື້ອເກົ່າ.

    ປັດຈຸບັນ ທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ 46 ສູນ ມີຜູ້ຈຳກັດບໍລິເວນທັງໝົດ 3.323 ຄົນ ທຸກຄົນແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ COVID-19.

# ຂ່າວ & ພາບ :  ຊິລິການດາ

error: Content is protected !!