ວັນທີ 11 ພຶດສະພາ 2021 ອົງການປົກຄອງເມືອງໄຊທານີ ຮ່ວມກັບຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຫ້ອງການສ່ວຍສາອາກອນ ແລະ ກຸ່ມບ້ານນາໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ມອບເຄື່ອງຊ່ວຍເຫຼືອຄອບຄົວທຸກຍາກຈໍານວນ 2 ຄອບຄົວຢູ່ບ້ານໂພນຄໍ້ ເມືອງໄຊທານີ ຄື: ຄອບຄົວ ທ້າວ ອືງ ແລະ ຄອບຄົວທ້າວ ພອນແກ້ວ ເຊິ່ງທັງສອງຄອບຄົວນີ້ ເປັນຄອບຄົວທີ່ທຸກຍາກຂາດເຂີນ ແລະ ຫົວໜ້າຄອບຄົວເປັນອໍາມະພາດ ຂາດແຮງງານຫຼັກໃນການທໍາມາຫາກິນ ແລະ ບ້ານດັ່ງກ່າວມີ 445 ຄອບຄົວ 457 ຫຼັງຄາເຮືອນ ມີພົນລະເມືອງ 2.619 ຄົນ.
ເຄື່ອງທີ່ມອບໃຫ້ທັງສອງຄອບຄົວ ປະກອບມີ ເຄື່ອງອຸປະໂພກ-ບໍລິໂພກ ເຊັ່ນ: ພັດລົມ ໝໍ້ຫຸງເຂົ້າ ຜ້າຫົ່ມ ເສື່ອ ໝອນ ເຂົ້າສານ ຜ້າອັດປາກ-ອັດດັງ ແລະ ອື່ນໆ ຕາງໜ້າມອບຂອງທ່ານ ຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ພ້ອມຄະນະ ນອກນີ້ ຄອບຄົວທ່ານ ອາຫຼົງ ຍັງໄດ້ມອບເງິນຊ່ວຍເຫຼືອຄອບຄົວລະ 300.000 ກີບ.
