ຄອບຄົວນາງ ທອງ ບ້ານຫາດກ້ຽງ ໄດ້ຮັບເຄື່ອງຊ່ວຍເຫຼືອ

    ບ້ານຫາດກ້ຽງ ມີ 305 ຄອບຄົວ 118 ຫຼັງຄາເຮືອນ ມີພົນລະເມືອງທັງໝົດ 1.782 ຄົນ ຍິງ 820 ຄົນ ໃນນີ້ມີຄອບຄົວທຸກຍາກຂາດເຂີນ 1 ຄອບຄົວ ຄື ຄອບຄົວນາງ ທອງ ເປັນຄອບຄົວທີ່ທຸກຍາກຂາດເຂີນ ມີລູກ 2 ຄົນ ຍິງ 1 ຄົນ ໃນນີ້ ລູກຊາຍເປັນຄົນບ້າໄບ້ເສຍຈິດ ແລະ ລູກສາວແມ່ນເຮັດວຽກຢູ່ໂຮງງານ (ໄລຍະການແຜ່ລະບາດເຊື້ອພະຍາດໂຄວິດ-19 ໄດ້ພັກວຽກ ) ເພື່ອເປັນການຊ່ວຍເຫຼືອ ແລະ ບັນເທົາທຸກຄອບຄົວທີ່ທຸກຍາກຂາດເຂີນ ໂດຍສະເພາະໃນໄລຍະການແຜ່ລະບາດເຊື້ອພະຍາດໂຄວິດ-19 ວັນທີ 11 ພຶດສະພາ 2021 ອົງການປົກຄອງເມືອງໄຊທານີ ຮ່ວມກັບຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຫ້ອງການສ່ວຍສາອາອາກອນ ແລະ ກຸ່ມບ້ານໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ມອບເຄື່ອງຊ່ວຍເຫຼືອຄອບຄົວທ່ານ ນາງ ທອງ ອາຍຸ 56 ປີ ບ້ານຫາດກ້ຽງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຕາງໜ້າມອບຂອງທ່ານ ຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ພ້ອມຄະນະ ມີອໍານາດການປົກຄອງບ້ານເຂົ້າຮ່ວມ.

    ເຄື່ອງທີ່ມອບຊ່ວຍເຫຼືອຄັ້ງນີ້ ປະກອບມີເຄື່ອງອຸປະໂພກ-ບໍລິໂພກ ເຊັ່ນ:  ພັດລົມ  ໝໍ້ຫຸງເຂົ້າ ຜ້າຫົ່ມ ເສື່ອ ໝອນ ເຂົ້າສານ ຜ້າອັດປາກ-ອັດດັງ ແລະ ອື່ນໆ ນອກນີ້ ຄອບຄົວທ່ານ ອາຫຼົງ ທັງໄດ້ມອບເງິນຊ່ວຍເຫຼືອອີກ 300.000 ກີບ.

# ຂ່າວ & ພາບ : ຂັນທະວີ ພິມມະສອນ

error: Content is protected !!