ທ່ານ ຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ພ້ອມຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ ແລະ ຢ້ຽມຢາມການຈັດຕັ້ງ ແລະ ປະຊາຊົນບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ວັນທີ 11 ພຶດສະພາ 2021 ທີ່ຫ້ອງການດັ່ງກ່າວ ຖືກຕ້ອນຮັບຈາກທ່ານ ວັນທອງ ພົງສະຫວັນທອງ ນາຍບ້ານຊ້າງຄູ້ ທັງເປັນຫົວໜ້າຄະນະສະເພາະກິດໂຄວິດ-19 ບ້ານຊ້າງຄູ້ ພ້ອມຄະນະ.

ທ່ານ ວັນທອງ ພົງສະຫວັນທອງ ໄດ້ລາຍງານສະພາບການລະບາດ ແລະ ມາດຕະການປ້ອງກັນ ຄວບຄຸມພະຍາດໂຄວິດ-19 ວ່າ: ພາຍຫຼັງໄດ້ຮັບຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ຄໍາແນະນໍາຂອງເຈົ້າຂອງນະຄອນຫຼວງວຽງຈັນ ສະບັບເລກທີ 006/ຈນວ ແລະ ແຈ້ງການເລກທີ 517/ຈມ,ຊທນ ເລື່ອງການເພີ່ມທະວີການຈັດຕັ້ງປະຕິບັດມາດຕະການສະກັດກັ້ນ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື້ອຕ້ານພະຍາດໂຄວິດ-19 ທາງໜ່ວຍພັກ ອໍານາດການປົກຄອງບ້ານ ໄດ້ຮຽກປະຊຸມອົງການຈັດຕັ້ງບ້ານທຸກພາກສ່ວນ ປະເມີນສະພາບການຂອງບ້ານ ແລະ ຜັນຂະຫຍາຍແຈ້ງການມະຕິຄໍາສັ່ງຂອງຂັ້ນເທິງ ເຊິ່ງໃນການຈັດຕັ້ງປະຕິບັດ ໄດ້ປະຊາສໍາພັນຂໍ້ມູນຂ່າວສານ ແຈ້ງການສະບັບຕ່າງໆທີ່ຂັ້ນເທີງສົ່ງໃຫ້ທາງອອນລາຍ ໂທລະໂຄ່ງ ແລະ ຈຸດປະຊາສໍາພັນຕ່າງໆ ມີບາງຄັ້ງກໍໄດ້ໃຫ້ໜ່ວຍງານເອົາລົດຕຸກໆລົງໂຄສະນາຕາມຮ່ອມສໍາຄັນບ່ອນທີ່ມີຄົນແອອັດ ແລະ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ປະຊາຊົນ ບຸກຄົນ ແລະ ບໍລິສັດຜູ້ທີ່ມີເງື່ອນໄຂ ໄດ້ປະກອບສ່ວນຊຸກຍູ້ນໍ້າດື່ມ ຜ້າອັດປາກ-ອັດດັງ ເຈວລ້າງມື ແລະ ໜ້າກາກຢາງ ນອກນີ້ ອົງການປົກຄອງບ້ານໄດ້ແຈກຢາຍໃຫ້ຄອບຄົວທີ່ຈໍາເປັນໃນໄລຍະການລະບາດຂອງພະຍາດໂຄວິດ-19 ແກ້ໄຂໄດ້ 96 ຄອບຄົວ ສໍາລັບບ້ານດັ່ງກ່າວ ມີຜູ້ຕິດເຊື້ອໂຄວິດ-19 ຈໍານວນ 5 ຄົນ ຍິງ 4 ຄົນ.
ໂອກາດນີ້ ເຈົ້າເມືອງໄຊທານີໃຫ້ກຽດໂອ້ລົມ ເຊິ່ງໄດ້ເນັ້ນໃຫ້ສືບຕໍ່ເພີ່ມທະວີການຈັດຕັ້ງປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນບ້ານ ຕາມຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ຄໍາແນະນໍາຂອງເຈົ້າຂອງນະຄອນຫຼວງວຽງຈັນ ສະບັບເລກທີ 006/ຈນວ ແລະ ແຈ້ງການເລກທີ 517/ຈມ,ຊທນ ສືບຕໍ່ຕິດຕາມຈຸດສ່ຽງ ຄອບຄົວທີ່ໃກ້ຊິດເປົ້າໝາຍຕິດເຊື້ອ ສືບຕໍ່ໂຄສະນາປະຊາສໍາຄັນການຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ໃຫ້ປະຊາຊົນເຂົ້າໃຈຢ່າງເລິກເຊິ່ງ ພ້ອມນັ້ນ ໃຫ້ອໍານາດການປົກຄອງບ້ານຂຶ້ນບັນຊີລາຍຊື່ສະມາຊິກພາຍໃນບ້ານ ແລະ ເກັບກໍາຄອບຄົວທີ່ທຸກຍາກແທ້ໆ ເພື່ອຈະໄດ້ລາຍງານໃຫ້ນະຄອນຫຼວງວຽງຈັນວັນທີ 13 ພຶດສະພານີ້ ຄຽງຄູ່ກັນນີ້ ຍັງໄດ້ຮຽກຮ້ອງໃຫ້ເອົາໃຈໃສ່ສາມສະອາດ ຮັກສາອະນາໄມເຮືອນຊາຍ ແລະ ບໍລິເວນອ້ອມແອ້ມໃຫ້ມີຄວາມສະອາດ ເພື່ອທໍາລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍ. ນອກນີ້ ເຈົ້າເມືອງໄຊທານີກໍໄດ້ມອບນໍ້າດື່ມ ຜ້າອັດປາກ-ອັດດັງ ແລະ ເຈວລ້າງມືຈໍານວນໜຶ່ງໃຫ້ອໍານາດການປົກຄອງບ້ານຊ້າງຄູ້ ເພື່ອນໍາໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຕ້ານໂຄວິດ-19.

# ຂ່າວ & ພາບ : ຂັນທະວີ ພິມມະສອນ