ອົງຄະນະບໍລິຫານງານພັກ ອົງການປົກຄອງນະຄອນຫຼວງວຽງຈັນ ໄດ້ມອບອຸປະກອນຜ້າອັດປາກ-ດັງ ຈຳນວນ 2.000.000 ແຜ່ນ ຊຸດປ້ອງກັນຕົນເອງ (PPE) 700 ຊຸດ ເຄື່ອງວັດແທກອຸນຫະພູມ 20 ເຄື່ອງ ພ້ອມທັງມອບເງິນປະກອບສ່ວນຊ່ວຍຄ່ານ້ຳມັນລົດຮັບ-ສົ່ງຄົນເຈັບຈຳນວນ 20 ລ້ານກີບ ແລະ ຂົນສົ່ງຂີ້ເຫຍື້ອຕິດເຊື້ອ (ນັບແຕ່ວັນທີ 20 ເມສາ ຫາ 20 ພຶດສະພາ 2021).

ພິທີມອບ-ຮັບເຄື່ອງຈຳນວນດັ່ງກ່າວ ໄດ້ຈັດຂຶ້ນວັນທີ 11 ພຶດສະພາ 2021 ຢູ່ໂຮງໝໍມິດຕະພາບ (150 ຕຽງ) ນະຄອນຫຼວງວຽງຈັນ ເປັນກຽດກ່າວມອບໂດຍທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ກ່າວຮັບໂດຍທ່ານ ດຣ ຕາວັນ ມະນີວົງ ຮອງຜູ້ອຳນວຍການໂຮງໝໍມິດຕະພາບ ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ໂອກາດນີ້ ທ່ານ ດຣ ຕາວັນ ມະນີວົງ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຕໍ່ການນຳນະຄອນ ຫຼວງວຽງຈັນ ໃນການສະໜັບສະໜູນ ແລະ ໃຫ້ການຊ່ວຍເຫຼືອດ້ານອຸປະກອນການແພດຄັ້ງນີ້ ເພື່ອເປັນ ກຳລັງໃຈໃນການບຸກບືນຕໍ່ສູ້ໄປນຳກັນກັບການຕໍ່ສູ້ຕ້ານກັບພະຍາດໂຄວິດ-19 ເພື່ອໃຫ້ໄດ້ຮັບໄຊຊະນະໄປ ພ້ອມໆກັນ.
# ຂ່າວ & ພາບ : ຊິລິການດາ