ຂ່າວດີ ແຂວງວຽງຈັນສືບຕໍ່ປິ່ນປົວຄົນເຈັບຕິດເຊື້ອໂຄວິດ-19 ຫາຍດີອີກ 4 ກໍລະນີ

    ວັນທີ 10 ພຶດສະພາ 2021 ແຂວງວຽງຈັນປີ່ນປົວຄົນເຈັບຫາຍດີຈາກພະຍາດໂຄວິດ -19ເປັນ ຊຸດທີ 2 ຈຳນວນ 4 ກໍລະນີ. 

    ທ່ານ ດຣ ນາງ ພານາລອນ ອຸໄທທິບ ວິຊາການປິ່ນປົວໂຄວິດແຂວງວຽງຈັນ ກ່າວວ່າ: ຜູ້ທີ່ໄດ້ຮັບການປິ່ນປົວພະຍາດໂຄວິດ-19 ໃນທົ່ວແຂວງວຽງຈັນ ມີທັງໝົດ 18 ກໍລະນີ ຍິງ 13 ຄົນ ຊາຍ 5 ຄົນ ໃນນີ້ແມ່ນໄດ້ປິ່ນປົວດີແລ້ວ 3 ກໍລະນີ ແລະ ໄດ້ຈັດສົ່ງກັບບ້ານໄປແລ້ວໃນອາທິດທີ່ຜ່ານມາ. 

     ສຳລັບກໍລະນີທີ່ຍັງເຫຼືອ ໄດ້ສືບຕໍ່ປິ່ນປົວມາຮອດມື້ນີ້ ວັນທີ 10 ພຶດສະພາ 2021 ແມ່ນໄດ້ຮັບການປິ່ນປົວດີແລ້ວ ພ້ອມຈັດສົ່ງກັບບ້ານເປັນຊຸດທີ 2 ອີກ 4 ຄົນ ໃນນັ້ນ ມີ : ນາງ ກິຕ່າ ອາຍຸ 21 ປີ ບ້ານໃໝ່ ເມືອງໂພນໂຮງ ນາງ ຕຸ້ມ ອາຍຸ 22 ປີ ບ້ານເມືອງໝື່ນ ເມືອງໝື່ນ ທ້າວ ເພັດກະໄຊ ອາຍຸ 23 ປີ ບ້ານນາຊູ ເມືອງໂພນໂຮງ ແລະ ທ້າວ ຈັນສະໝອນ ອາຍຸ 29 ປີ ບ້ານທ່າຊັນ ເມືອງແກ້ວອຸດົມ ແຂວງວຽງຈັນ ປັດຈຸບັນຍັງເຫຼືອ 11 ຄົນ ຍິງ 9 ຄົນ ທີ່ກຳລັງປິ່ນປົວ. 

    ທ່ານ ດຣ ສົມບັດ ດວງພະຈັນ ຜູ້ອຳນວຍການໂຮງໝໍແຂວງວຽງຈັນ ກ່າວວ່າ: ທັງ 4 ຄົນນີ້ ແມ່ນໄດ້ຮັບການປິ່ນປົວດີແລ້ວ ພ້ອມທັງສົ່ງກັບບ້ານ ແຕ່ຈະຕ້ອງໄດ້ມີການກັກບໍລິເວນໂຕເອງໃຫ້ເຂັ້ມງວດຕື່ມອີກ 14 ມື້ຄືກັບຕອນຢູ່ໃນໂຮງໝໍ ໂດຍມອບໃຫ້ຄະນະສະເພາະກິດຂັ້ນເມືອງ ແລະ ອຳນາດການປົກຄອງບ້ານເພື່ອຕິດຕາມ ກວດກາຄືນ ເຊື້ອພະຍາດໂຄວິດ-19 ຕື່ມອີກ ເພື່ອສ້າງຄວາມແນ່ໃຈວ່າເຊື້ອໂຄວິດ-19 ຫາຍຂາດ 100% ເພື່ອໃຫ້ໄດ້ໃຊ້ຊິວິດ ແລະ ດຳລົງຊີວິດແບບປົກກະຕິໃນຄອບຄົວ ແລະ ສັງຄົມ.

# ຂ່າວ & ພາບ :  ເພດັສະໝອນ

error: Content is protected !!