ເພື່ອເປັນການປະກອບສ່ວນ ເຂົ້າໃນການສ້າງຄວາມເຂັ້ມແຂງໃນການຄວບຄຸມ ແລະ ປ້ອງກັນພະຍາດໂຄວິດ-19
ໃນຕອນບ່າຍຂອງວັນທີ 7 ພຶດສະພາ 2021 ທີ່ສໍານັກງານນາຍົກລັດຖະມົນຕີ ທະນາຄານຮ່ວມພັດທະນາ ໄດ້ມອບເງິນສົດ ແລະ ອຸປະກອນການແພດລວມມູນຄ່າ 2.500,000,000 ກີບ (ສອງພັນຫ້າຮ້ອຍລ້ານກີບ) ໃຫ້ລັດຖະບານລາວ ເພື່ອເປັນການປະກອບສ່ວນເຂົ້າໃນວຽກງານການຕໍ່ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ກ່າວມອບໂດຍທ່ານ ເອກະພັນ ພະພິທັກ ປະທານສະພາບໍລິຫານ ທະນາຄານຮ່ວມພັດທະນາ ພ້ອມດ້ວຍຄະນະ ແລະ ກ່າວຮັບໂດຍ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍຍົກລັດຖະມົນຕີ ຫົວໜ້າສະເພາະກິດຄວບຄຸມ ສະກັດກັ້ນຕ້ານ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19.

ໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງ ປະທານສະພາບໍລິຫານທະນາຄານຮ່ວມພັດທະນາ ທີ່ໄດ້ມີນໍ້າໃຈອັນສູງສົ່ງ ເຫັນໄດ້ຄວາມຈໍາເປັນໃນການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ໃຫ້ການຊ່ວຍເຫຼືອລັດຖະບານລາວ ເຊິ່ງເງິນ ແລະ ອຸປະກອນທີ່ໄດ້ຮັບຈາກທະນາຄານຮ່ວມພັດທະນາໃນຄັ້ງນີ້ ເປັນການປະກອບສ່ວນທີ່ສໍາຄັນ ໃນການສະໜັບສະໜູນແຜນປະຕິບັດງານຂອງຄະນະສະເພາະກິດ ເພື່ອຄວບຄຸມ ແລະ ຕ້ານການລະບາດຂອງພະຍາດໂຄວິດ-19 ເພື່ອສ້າງຄວາມເຂັ້ມແຂງໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງມີປະສິດທິຜົນ ເຊີ່ງມີອຸປະກອນການແພດມູນຄ່າ 400 ລ້ານກີບ ຈະມອບໃຫ້ກະຊວງສາທາລະນະສຸກ ແລະ ຈະໄດ້ແບ່ງງົບໄປສະໜັບສະໜູນແຕ່ລະແຂວງ ທີ່ມີການລະບາດຂອງພະຍາດໂຄວິດ-19 ຕາມຈຸດປະສົງຂອງ ທ່ານ ເອກະພັນ ພະພິທັກ ປະທານສະພາບໍລິຫານທະນາຄານຮ່ວມພັດທະນາ.
ໃນໄລຍະທີ່ຜ່ານມາ ທ່ານ ເອກະພັນ ພະພິທັກປະທານສະພາບໍລິຫານ ທະນາຄານຮ່ວມພັດທະນາ ຍັງຊ່ວຍເຫຼືອຊຸກຍູ້ສັງຄົມຫຼາຍດ້ານ ແລະ ໃນອະນາຄົດ ທ່ານຈະໃຫ້ການຊ່ວຍເຫຼືອດ້ານສາທາລະນະສຸກຕື່ມອິກ .

# ຂ່າວ & ພາບ : ຂັນທະວີ