ອີງຕາມເພຈຂອງໂຮງໝໍເສດຖາທິຣາດ ໄດ້ລາຍງານໃຫ້ຮູ້ວ່າ:ໃນວັນທີ 10 ພຶດສະພາ 2021 ໂຮງໝໍເສດຖາທິຣາດໄດ້ປິ່ນປົວຄົນເຈັບຕິດເຊື້ອພະຍາດໂຄວິດ-19 ຫາຍດີເພີ່ມອີກ ຈຳນວນ 24 ຄົນ ເຊີ່ງຄົນເຈັບຈຳນວນດັ່ງກ່າວ ແມ່ນອະນຸຍາດໃຫ້ກັບເຮືອນ ແລ້ວສືບຕໍ່ກັກຕົນເອງ ໃສ່ຜ້າອັດປາກ-ດັງ ລ້າງມືທຸກຄັ້ງເມື່ອສຳຜັດ ແລະ ເວັ້ນໄລຍະຫ່າງທາງສັງຄົມ.
# ຂ່າວ & ພາບ : ເພດັສະໝອນ